ຕອນເຊົ້າວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ ນາຍທະຫານ 2 ສະຫາຍ ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະຮັກສາສັນຕິພາບ ສປຊ ປະຈຳ Abyei (UNISFA) ແລະ ຄະນະຝຶກແອບຂອງ ສະຫະພາບເອີຣົບ.
ສະຫາຍ ພົນໂທ ຫງວຽນເຈື່ອງຖັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນໃນພິທີ (ພາບ: qdnd.vn)
ຕາມນັ້ນແລ້ວ, ສະຫາຍ ພັນຕີ ຫງວຽນງອກລິງ ຈະໄດ້ຮັບຜິດຊອບຕຳແໜ່ງ ນາຍທະຫານສູ້ຮົບການທະຫານປະສົມ (SO JMOC) ປະຈຳ ຄະນະ UNISFA, ເຂດ Abyei. ສະຫາຍ ພັນຕີ ເຈິ່ນຖາຍເຊີນ ຮັບດຳລົງຕຳແໜ່ງທີ່ປຶກສາ ແລະ ຜູ້ປະສານງານການຝຶກແອບຢູ່ຄະນະຝຶກແອບຂອງ ສະຫະພາບເອີຣົບ ປະຈຳ ສ. ອາຟະລິກາກາງ.
ເມື່ອເປັນປະທານພິທີມອບຂໍ້ຕົກລົງ, ສະຫາຍ ພົນໂທ ຫງວຽນເຈື່ອງຖັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ ເລື່ອງສົ່ງບັນດານາຍທະຫານເຂົ້າຮ່ວມໜ້າທີ່ສາກົນແມ່ນສືບຕໍ່ຢັ້ງຢືນອິດທິພົນຊື່ສຽງ, ຄວາມຮັບຜິດຊອບ ແລະ ບົດບາດອັນຕັ້ງໜ້າຂອງ ຫວຽດນາມ ໃນເວທີສາກົນ.
ບັນດາຍາກາດຂອງພິທີ (ພາບ: qdnd.vn)
ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ສົ່ງນາຍທະຫານກວ່າ 1.300 ເທື່ອຄົນ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ບັນດາຄະນະ ແລະ ອົງການຂອງ ສປຊ ແລ້ວ.