ຂ່າວສານ

ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນ​ເພື່ອ​ນຳ​ໜ້າ​ກ່​ຽວ​ກັບ AI ໃນ​ອະ​ນາ​ຄົດ

ວັນ​ທີ 05 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ ໄດ້​ສົມ​ທົບ​ກັບ Aitomatic (ອາ​ເມ​ລິ​ກາ) ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາພາຍ​ໃຕ້​ຫົວ​ຂໍ້ “ພັດ​ທະ​ນາ AI ຢູ່ ຫວຽດ​ນາມ ພ້ອມ​ກັບ​ທ່ານ Eric Schmidt ​ອະ​ດີດ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Google”.
  ບັນ​ດາ​ນັກ​ຊ່ຽວ​ຊານ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ສົນ​ທະ​ນາພາຍ​ໃຕ້​ຫົວ​ຂໍ້ “ພັດ​ທະ​ນາ AI ຢູ່ ຫວຽດ​ນາມ ພ້ອມ​ກັບ​ທ່ານ Eric Schmidt ​ອະ​ດີດ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Google” (ພາບ: TTXVN)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ Eric Schmidt ເສດ​ຖີ​ເງິນ​ຕື້, ​ອະ​ດີດ​ປະ​ທານທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Google, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ອາ​ເມ​ລິ​ກາ ກ່ຽວ​ກັບ AI (NSCAI), ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນ​ເພື່ອ​ນຳ​ໜ້າ​ກ່ຽວ​ກັບ AI ໃນ​ອະ​ນາ​ຄົດ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ກໍ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ໃນ​ການ​ສ້າງ​ຕັ້ງ​ກອງ​ທຶນ​ລົງ​ທຶນ​ເອ​ກະ​ຊົນ ກ່ຽວ​ກັບ AI, ໜູນ​ຊ່ວຍ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ ຫວຽດ​ນາມ ກໍ​ຄື​ການມ​ອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາ.

ສ່ວນ​ທ່​ານ ຫວູກວັກ​ຮຸຍ, ຜູ້​ອຳ​ນວຍ​ການ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ (NIC) ເນັ້ນ​ໜັກ​ວ່າ ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ຂອງ NIC ແມ່ນດ​ຶງ​ດູດ​ບັນ​ດາ​ກອງ​ທຶນ​ລົງ​ທຶນ​ແຖວ​ໜ້າ​ໂລກ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນັກ​ຊ່ຽວ​ຊານ​ດ້ານ​ເຕັກ​ໂນ​ໂລ​ຢີ ມາ ຫວຽດ​ນາມ ເພື່ອ​ພ້ອມ​ກັນ​ສ້າງ​ລະ​ບົບ​ນິ​ເວດ​ນະ​ວັດ​ຕະ​ກຳ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ. ຫວຽດ​ນາມ ກໍ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງ​ຕັ້​ງ​ລຸ້ນ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ທີ່​ມີ​ກຳ​ລັງ​ແກ້​ງ​ແຍ້ງ​ລະ​ດັບ​ສາ​ກົນ​ອີກ​ດ້ວຍ.


top