ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກ 03 ການກຳນົດທິດການຮ່ວມມືທີ່ສຳຄັນ ເພື່ອແກ້ໄຂບັນດາບັນຫາພະລັງງານ ແລະ ຮັກສາລະບົບສະໜອງ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
ວັນທີ 15 ເມສາ, ຢູ່ ຮ່າໂນ້ຍ, ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ ປະຊາຄົມຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ອາຊີ (AZEC) ເປີດກວ້າງ ກ່ຽວກັບການເປັນເຈົ້າຕົນເອງດ້ານພະລັງງານ ທີ່ຈັດຂຶ້ນແບບທາງໄກ ໂດຍທ່ານນາງ Takaichi Sanae ນາຍົກລັດຖະມົນຕີ ຍີ່ປຸ່ນ ເປັນປະທານ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ໃນປີ 2050, ກຳນົດການພັດທະນາພະລັງງານທົດແທນ ແລະ ການຫັນເປັນສີຂຽວ ແມ່ນໜຶ່ງບຸລິມະສິດຍຸດທະສາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກ 03 ການກຳນົດທິດການຮ່ວມມືທີ່ສຳຄັນ ເພື່ອແກ້ໄຂບັນດາບັນຫາພະລັງງານ ແລະ ຮັກສາລະບົບສະໜອງ. ທ່ານກ່າວວ່າ:
“ໃນໄລຍະສັ້ນ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມື ແລະ ສົມທົບນະໂຍບາຍ ເພື່ອແນໃສ່ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ, ຫັນການຄ້າເປັນສະດວກ ແລະ ຮັກສາຄວາມເປັນປົກກະຕິ, ລຸລ່ວງລະຫວ່າງບັນດາລະບົບສະໜອງ, ໂດຍສະເພາະແມ່ນພະລັງງານ ແລະ ສະບຽງອາຫານ. ທີສອງແມ່ນ, ໃນໄລຍະກາງ ແລະ ໄລຍະຍາວ, ຕ້ອງຍົກສູງຈິດໃຈເປັນເຈົ້າຕົນເອງທາງດ້ານຍຸດທະສາດ ແລະ ກຳລັງຄວາມສາມາດທົນທານຂອງບັນດາພື້ນຖານເສດຖະກິດຜ່ານການພັດທະນາພື້ນຖານໂຄງລ່າງພະລັງງານຢ່າງຄົບຊຸດ, ເພີ່ມທະວີການສຳຮອງຍຸດທະສາດ ແລະ ຍູ້ແຮງການຖ່າຍທອດເຕັກໂນໂລຢີ. ທີສາມແມ່ນ, ຍູ້ໄວການຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂອບເຂດ AZEC ຢ່າງມີປະສິດທິຜົນ ແລະ ແທ້ຈິງ, ແທດເໝາະກັບກຳລັງຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະປະເທດ”.