ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ຟີລິບປິນ ແລະ ບັນດາປະເທດຕັ້ງໝັ້ນຕໍ່ການແກ້ໄຂບັນດາຈຸດຄົງຄ້າງ, ຄວາມບໍ່ລົງລອຍກັນໃນພາກພື້ນບົນພື້ນຖານສອດຄ່ອງກັບກົດໝາຍສາກົນ, ຫຼັກການຂອງ ອາຊຽນ ແລະ ກົມກຽວຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ.
ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ການ ໂອ້ລົມສົນທະນາ
ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Irineo C. Espino, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໄດ້ເປັນປະທານຮ່ວມທີ່ການໂອ້ລົມສົນທະນານະໂຍບາຍການປ້ອງກັນຊາດ ຫວຽດນາມ - ຟີລິບປິນ ຄັ້ງທີ 7.
ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງລັດຖະມົນຕີ ຮວ່າງຊວັນຈຽນ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ຟີລິບປິນ ແລະ ບັນດາປະເທດຕັ້ງໝັ້ນຕໍ່ການແກ້ໄຂບັນດາຈຸດຄົງຄ້າງ, ຄວາມບໍ່ລົງລອຍກັນໃນພາກພື້ນບົນພື້ນຖານສອດຄ່ອງກັບກົດໝາຍສາກົນ, ຫຼັກການຂອງ ອາຊຽນ ແລະ ກົມກຽວຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ຟີລິບປິນ ປາດຖະໜາຢາກສືບຕໍ່ສົມທົບກັນຊຸກຍູ້ຫຼັກໝັ້ນຂອງ ອາຊຽນ ແມ່ນແກ້ໄຂທຸກບັນຫາທີ່ບໍ່ລົງລອຍກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.
ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໄດ້ເຊັນບົດບັນທຶກໂອ້ລົມສົນທະນາ ແລະ ເປັນສັນຂີພິຍານພິທີລົງນາມ ມາດຕາຂໍ້ກຳນົດອ້າງອີງ (TOR) ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດການແພດການທະຫານ.