ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ່

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ້​ທິ​ແອັງ​ຊວັນ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ລັດ​ເຊຍ Vladimir Putin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Belarus Alexander Lukashenko....
  ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ້​ທິ​ແອັງ​ຊວັນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ SCO ເປີດ​ກ້​ວາງ ວັນ​ທີ 1 ກັນ​ຍາ 20206 (ພາບ: VNA)  

ໂດຍ​ໄດ້​ຮັບ​ການມອບ​ສິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ​ນາງ ຫວໍ້​ທິ​ແອັງ​ຊວັນ ເລ​ຂາ​ສູນ​ການ​ພັກ, ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ວັນ​ທີ 1 ກັນ​ຍາ, ຢູ່ກອງ​ປະ​ຊຸມ​ສຸດຍອດ ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ່ (SCO) ເປີດ​ກ້​ວາງ​ຢູ່ Kyrgyzstan.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຢືນ​ຢັນ​ວ່າ ຫ​ວຽດ​ນາມ ​ຖື​ການ​ພົວ​ພັນ​ກັບ SCO ແລະ​ ບັນ​ດາ​ປະ​ເທດ​ສະ​ມາມ​ຊິກ​ເປັນ​ສຳ​ຄັນ, ພ້ອມ​ແລ້ວ​ທີ່​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ SCO ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ SCO ເພື່ອສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ຂອງ​ພາກ​ພື້​ນ ແລະ ໂລກ. ຫວຽດ​ນາມ ປາດ​ຖະ​ໜາ ຢາກ​ພ້ອມ​ກັບ​ SCO ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຍົກ​ສູງ​ລັດ​ທິຫຼາຍ​ຝ່າຍ, ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ. ຄຽງ​ຄູ່​ກັນ​ນັ້ນ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ…

ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ SCO, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ້​ທິ​ແອັງ​ຊວັນ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ລັດ​ເຊຍ Vladimir Putin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Belarus Alexander Lukashenko, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂມງ​ໂກນ Ukhnaagiin Khürelsükh…


top