ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຂອງ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ , ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ໄທຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນການສ້າງ ແລະ ພັດທະນາປະເທດຊາດ.
ການພົບປະລະຫວ່າງສອງຝ່າຍ (ພາບ: VOV)
ຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ເພີ່ມທະວີກັບ ໄທ ເປັນສຳຄັນ ແລະ ມີຄວາມປາດຖະໜາ ຢາກໃຫ້ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງໂດຍໄວ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ການພົບປະກັບ ພະບາດສົມເດັດ ພະເຈົ້າຢູ່ຫົວ ມະຫາ ວະຊິຣາລົງກອນ ແລະ ພະລາຊິນີ ແຫ່ງຣາຊະອານາຈັກໄທ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ທັນວາ ຢູ່ນະຄອນຫຼວງ ບາງກອກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໃສ ຂອງ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ , ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ໄທຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ກ່ວາອີກໃນການສ້າງ ແລະ ພັດທະນາປະເທດຊາດ, ມີບົດບາດທີ່ນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ທົ່ວໂລກ.
ສ່ວນ ພະບາດສົມເດັດ ພະເຈົ້າຢູ່ຫົວ ມະຫາ ວະຊິຣາລົງກອນ ໄດ້ເນັ້ນໜັກວ່າ ພະບໍລົມວົງສານຸວົງ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ໄທ, ສະໜັບສະໜູນ ແລະ ພັດທະນາວັດທະນະທຳ, ພາສາ ຫວຽດ ຢູ່ໄທ.