ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ການຮ່ວມມື ໃນຫຼາຍດ້ານລະຫວ່າງສອງປະເທດ ຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຼັກ Ioannis Plakiotakis (ພາບ: VOV)
ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຼັກ Ioannis Plakiotakis ໃນໂອກາດມາຢ້ຽມຢາມຫວຽດນາມ ແຕ່ວັນທີ 28 ກຸມພາ - 5 ມີນາ 2026. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍກັບ ເກຼັກ ເລິກເຊິ່ງກວ່າອີກ. ທ່ານປະທານສະພາແຫ່ງຊາດສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ ຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ.
ສ່ວນທ່ານ Ioannis Plakiotakis ຮອງປະທານສະພາແຫ່ງຊາດ ເກຼັກ ຢັ້ງຢືນວ່າ ເກຼັກ ປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງຮອບດ້ານຂອງສອງປະເທດໃນທຸກຊ່ອງທາງລັດຖະສະພາ ແລະ ອຳນາດການປົກຄອງ, ໃນຂອບເຂດສປຊ ດ້ວຍບົດບາດເປັນກຳມະການບໍ່ຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ.