ຂ່າວສານ

ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ ອາ​ຊຽນ

ປະ​ເທດ​ ຫວຽດ​ນາມ ພວມຢັ້ງ​ຢືນ​ບົດ​ບາດ​ນຳ​ພາ ແລະ ປະ​ສານ​ງານ​ຢ່າງ​ຕັ້ງ​ໜ້າກວ່າ​ໃນ ອາ​ຊຽນ.
  ທ່ານ Collins Chong Yew Keat ນັກ​ຊ່ຽວ​ຊານ​ວິ​ເຄາະ​ດ້ານ​ຄວາມ​ໝັ້ນ​ຄົງ​ຍຸດ​ທະ​ສາດ ຂ​ຶ້ນ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ Malaya, ມາ​ເລ​ເຊຍ (ພາບ: TTXVN)  
ການ​ຢ້ຽມ​ຢາມບັນ​ດາ​ປະ​ເທດ ໄທ, ສິງກ​ະ​ໂປ ແລະ ຟີ​ລິບ​ປິນ ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຊີ້​ໃຫ້​ເຫັນ​ວ່າ ປະ​ເທດ​ ຫວຽດ​ນາມ ພວມຢັ້ງ​ຢືນ​ບົດ​ບາດ​ນຳ​ພາ ແລະ ປະ​ສານ​ງານ​ຢ່າງ​ຕັ້ງ​ໜ້າກວ່າ​ໃນ ອາ​ຊຽນ. ນີ້​ແມ່ນ​ການ​ຕີ​ລາ​ຄາ​ຂອງ​ທ່ານ Collins Chong Yew Keat ນັກ​ຊ່ຽວ​ຊານ​ວິ​ເຄາະ​ດ້ານ​ຄວາມ​ໝັ້ນ​ຄົງ​ຍຸດ​ທະ​ສາດ ຂ​ຶ້ນ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ Malaya, ມາ​ເລ​ເຊຍ, ທີ່​ໄດ້​ຍົກ​ອອກ​ມາໃນ​ວັນ​ທີ 1 ມິ​ຖຸ​ນາ ໃນ​ການ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ. ຕາມ​ທ່ານ Colins Chong Yew Keat ແລ້ວ, ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ບໍ່​ພຽງ​ແຕ່​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ທ່ຽງ ແລະ ການ​ພັດ​ທະ​ນາ​ຂອງ ອາ​ຊຽນ ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ.

top