ງານຕະຫຼາດນັດຖືກຈັດຂຶ້ນເພື່ອແນໃສ່ສ້າງກອງທຶນມູນນິທິເພື່ອຊ່ວຍເຫຼືອສະພາກາແດງ ໄທ ປະຕິບັດພາລະກຳກູ້ໄພກູ້ຊີບ, ຍົກສູງສະຫວັດດີການສັງຄົມ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຖືກຜົນກະທົບຈາກໄພທຳມະຊາດ.
ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງງານຕະຫຼາດນັດ ກາແດງການທູດ ຄັ້ງທີ 58 ໂດຍສະພາກາແດງ ໄທ ສົມທົບກັບສະມາຄົມພັນລະຍາ, ສາມີນັກການທູດ ແລະ ສະຖານທູດ ປະຈຳ ໄທ ຈັດຂຶ້ນ. ໂດຍໄດ້ດຳເນີນແຕ່ວັນທີ 27 ກຸມພາ ຫາວັນທີ 2 ມີນາ, ຢູ່ສູນການຄ້າ Siam Paragon , ນະຄອນຫຼວງ ບາງກອກ. ງານຕະຫຼາດນັດມີການເຂົ້າຮ່ວມຂອງ 56 ສະຖານທູດປະຈຳໄທ ດ້ວຍຮ້ານແນະນຳ, ວາງສະແດງ ແລະ ວາງຂາຍສິນຄ້າ ບັນດາຜະລິດຕະພັນທີ່ເປັນເອກະລັກຂອງແຕ່ລະປະເທດ 246 ຮ້ານ ດ້ວຍລາຄາພິເສດ ເຊັ່ນ ເຄື່ອງບໍລິໂພກອຸປະໂພກ, ເສື້ອຜ້າ, ເຄື່ອງປະດັບ, ອາຫານ... ງານຕະຫຼາດນັດຖືກຈັດຂຶ້ນເພື່ອແນໃສ່ສ້າງກອງທຶນມູນນິທິເພື່ອຊ່ວຍເຫຼືອສະພາກາແດງ ໄທ ປະຕິບັດພາລະກຳກູ້ໄພກູ້ຊີບ, ຍົກສູງສະຫວັດດີການສັງຄົມ, ປິ່ນປົວພະຍາດ ແລະ ປົວແປງຄຸນນະພາບການດຳລົງຊີວິດໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຖືກຜົນກະທົບຈາກໄພທຳມະຊາດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ ສະຖານທູດ ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວມູນນິທິນີ້ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ. ໃນເວລາດຳເນີນເຫດການດັ່ງກ່າວ, ມີແຂກສາກົນຈຳນວນຫຼາຍໄດ້ແວ່ຢ້ຽມຊົມ ແລະ ຊື້ເຄື່ອງໃນຮ້ານວາງສະແດງສິນຄ້າຂອງ ຫວຽດນາມ, ພ້ອມທັງສະແດງຄວາມຈັບໃຈຕໍ່ບັນດາຜະລິດຕະພັນຫັດຖະກຳສິລະປະອັນປະດິດປະດອຍຂອງບັນດາໝູ່ບ້ານທີ່ເປັນມູນເຊື້ອຂອງ ຫວຽດນາມ.