ຂ່າວສານ

ຫວຽດ​ນາມ ປະ​ກອບຫຼາຍ​ຄຳ​ເຫັນ​ທີ່ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ໃໝ່ Bloomberg 2026

ແຕ່ວັນ​ທີ 13 – 14 ຕຸ​ລາ, ຢູ່​ນະ​ຄອນຫຼວງ New Delhi ຂອງ​ອິ​ນ​ເດຍ ໄດ້​ດຳ​ເນີນ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໃໝ່ Bloomberg (NEF) ຄັ້ງ​ທີ 8, ດ້ວຍ​ຫົວ​ຂໍ້ “ໂລກ​ພວມ​ມີ​ການ​ຫັນ​ປ່ຽນ: ກຳ​ນົດ​ທິດ​ບັນ​ດາ​ໄມ້​ງັດ​ສິ​ດ​ອຳ​ນາດ​ໃໝ່”.

​

ທ່ານນາງ ຫງວຽນ​ມິນ​ຮັ່ງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ​ທ່ານ Michael Bloomberg ຜູ້​ປະ​ດິດ​ສ້າງ Bloomberg (ພາບ: VNA)

ແຕ່ວັນ​ທີ 13 – 14 ຕຸ​ລາ, ຢູ່​ນະ​ຄອນຫຼວງ New Delhi ຂອງ​ອິ​ນ​ເດຍ ໄດ້​ດຳ​ເນີນ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໃໝ່ Bloomberg (NEF) ຄັ້ງ​ທີ 8, ດ້ວຍ​ຫົວ​ຂໍ້ “ໂລກ​ພວມ​ມີ​ການ​ຫັນ​ປ່ຽນ: ກຳ​ນົດ​ທິດ​ບັນ​ດາ​ໄມ້​ງັດ​ສິ​ດ​ອຳ​ນາດ​ໃໝ່”.

ໃນ​ຂອບ​ເຂດ​ເວ​ທີ​ປ​າ​ໄສ, ທ່ານນາງ ຫງວຽນ​ມິນ​ຮັ່ງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ວາ​ລະ​ຮັບ​ປະ​ທານ​ອາ​ຫານ​ເຊົ້າ​ເຮັດ​ວຽກ​ຂັ້ນ​ສູງ ແລະ ກ່​າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ມົນ ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ ການ​ຄ້າ, ລະ​ບົບ​ສະ​ໜອງ ແລະ ການ​ລົງ​ທຶນ​ທົ່ວ​ໂລກ. ທ່ານ​ນາງ ຫງວຽນ​ມິນ​ຮັ່ງ ເນັ້ນ​ໜັກ​ວ່າ ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ລະ​ດັບ​ເປີດ​ເສດ​ຖະ​ກິດ​ໃຫຍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບຫຼາຍ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໂລກທີ່​ພວມມີ​ການ​ຜັນ​ແປເພີ່ມ​ຂຶ້ນ​ໃນ​ປັດ​ຈຸ​ບັນ, ພ້ອມ​ທັງ​ຢັ້ງ​ຢືນ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ເປີດ, ອີງ​ຕາມ​ກົດ​ໝາຍ. ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ, ທ່​ານ​ນາງ ຫງວຽນ​ມິນ​ຮັງ ໄດ້​​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ ຂອງ​ອິນ​ເດຍ, ປະ​ເທດ​ຈຳ​ນວນ​ໜຶ່ງ​ຢູ່​ພາກ​ພື້ນ ແລະ ການ​ນຳຫຼາຍ​ວິ​ສາ​ຫະ​ກິດ, ແລກ​ປ່ຽນ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​, ບັນ​ດາ​ໂອ​ກາດ​ຮ່ວມ​ມື, ການເປີດກວ້າງ​ລົງ​ທຶນ​ຢູ່ ຫວຽດ​ນາມເລິກ​ເຊິ່ງກວ່າອີກ.


top