ຈີນ ຖື ຫວຽດນາມ ເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດສຳລັບປະເທດບ້ານໃກ້ເຮືອນຄຽງ ຂອງ ຈີນ, ກໍຄື ໃນການພົວພັນລະຫວ່າງ ຈີນ ກັບ ອາຊຽນ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ
“ຫວຽດນາມ ຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຈີນ ເປັນສຳຄັນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃນການພົບປະກັບກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ, ໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ ຢັ້ງຢືນວ່າ ຈີນ ຖື ຫວຽດນາມ ເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດສຳລັບປະເທດບ້ານໃກ້ເຮືອນຄຽງ ຂອງ ຈີນ, ກໍຄື ໃນການພົວພັນລະຫວ່າງ ຈີນ ກັບ ອາຊຽນ.
ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການຮັດແໜ້ນການຮ່ວມມືໃນທຸກຂົງເຂດໃຫ້ແທດຈິງ, ເລິກເຊິ່ງກວ່າອີກ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ; ເປີດກວ້າງການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ; ແກ້ໄຂຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ແກ້ໄຂບັນດາບັນຫາຢູ່ທະເລ ໃຫ້ຖືກຕ້ອງກົມກຽວ.