ຂ່າວສານ

ຫວຽດ​ນາມ ຕ້ອງ​ຂ້ຽວ​ຂາດ​ກ​ວ່າ, ກ້າ​ຫານ​ກ​ວ່າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ເວທີປາໄສ

ຫວຽດນາມ ຕ້ອງໄປໄວກ່ວາ, ຂ້ຽວຂາດກວ່າ, ກ້າຫານກວ່າ ຕ້ອງມີວິທີການເດີນສະເພາະໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ, ເພື່ອຈາກນັ້ນ ຈະຫຼຸດໄລຍະຫ່າງກັບໂລກລົງ ຕາມທິດນຳ ເດີນທັນ, ພ້ອມກັນກ້າວໄປ ແລະ ລື່ນກາຍ. ນັ້ນແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຢູ່ ເວທີປາໄສ “ຊຸກຍູ້ນະວັດຕະກຳ, ພັດທະນາບັນດາຂະແໜງເຕັກໂນໂລຢີຍຸດທະສາດ” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ຕຸລາ, ໃນຂອບເຂດວັນບຸນ ນະວັດຕະກຳແຫ່ງຊາດ ແລະ ງານວາງສະແດງສາກົນ ນະວັດຕະກຳ ຫວຽດນາມ 2025.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ:

ຢາກບຸກທະລຸຕ້ອງອີງໃສ່ພູມປັນຍາ, ເຕັກໂນໂລຢີ, ຜູ້ມີຄວາມເກັ່ງກ້າສາມາດ ແລະ ລະບອບລະບຽບການນຳໜ້າ. ແລະ ສຳຄັນກ່ວານັ້ນແມ່ນຕ້ອງເປັນເຈົ້າການພິສູດກຳລັງຄວາມສາມາດເຂົ້າຮ່ວມ ທຸກຂັ້ນຕອນຂອງລະບົບມູນຄ່າທົ່ວໂລກ, ກຳແໜ້ນບັນດາມາດຖານສາກົນ, ເຂົ້າຮ່ວມບັນດາລະບົບມູນຄ່າ ແລະ ເຊື່ອມຕໍ່ກັບພາສາ ກ່ຽວກັບເຕັກໂນໂລຢີຂອງທົ່ວໂລກ ຢ່າງເລິກເຊິ່ງ.


top