ຂ່າວສານ

ຫວຽດ​ນາມ ຕິດ​ໃນກຸ່ມ 5 ປະ​ເທດ​ໃນ​ໂລກ​ທີ່​ມີ​ດັດ​ຊະ​ນີ​ທຶນ​ມະ​ນຸດ​ເປີດກວ້າງ ປີ 2026

ຫວຽດ​ນາມ ຫາ​ກໍ​ໄດ້​ຮັບ​ການ​ເຊີດ​ຊູ​ຕິດ​ໃນ​ກຸ່ມ 5 ປະ​ເທດ​ໃນ​ໂລກ ທີ່​ມີ​ຜົນ​ງານ​ດີ​ທີ່​ສຸດ​ກ່ຽວ​ກັບ​ດັດ​ຊະ​ນີ​​ທຶນມະ​ນຸດ​ເປີດກວ້າງ (HCI+) ປິ 2026 ຈາກ​ທະ​ນາ​ຄານ​ໂລກ (WB). ພິ​ທີ​ເຊີດ​ຊູ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 16 ເມ​ສາ, ຢູ່​ ວໍ​ຊິງ​ຕັນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ລະ​ດູ​ບານ​ໃໝ່​ຂອງ​ທະ​ນາ​ຄານ​ໂລກ ແລະ ກອງ​ທຶນ​ເງິນ​ຕາ​ສາ​ກົນ. ທ່ານ ຫງວຽນ​ກວັກ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຕາ​ງ​ໜ້າ ຫວຽດ​ນາມ ຮັບ​ນາມ​ມະ​ຍົດ​ດັ່ງ​ກ່າວ.
  ທ່ານ​ນາງ Mamta Murthi, ​ຮອງ​ປະ​ທານ​ຜູ້​ຮັບ​ຜິດ​ຊອບກ່ຽວ​ກັບ​ດັດ​ຊະ​ນີ​​ທຶນມະ​ນຸດ ຂອງ​ທະ​ນາ​ຄານ​ໂລກ ມອບ​ລາງວັນ​ໃຫ້​ແກ່ ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫງວຽນ​ກວັກ​ຢຸງ (ພາບ: VOV)  
ຕາມ​ການ​ຕີ​ລາ​ຄ​າ​ຂອງ​ທະ​ນາ​ຄານ​ໂລກ, ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ເດັ່ນ​ໃນ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​​ລາຍ​ຮັບ​ລະ​ດັບດຽວ​ກັນ ຍ້ອນ​ຮັກ​ສາ​ຄຸນ​ນະ​ພາບ​ການ​ສຶກ​ສາ​ເປັນ​ປົກ​ກະ​ຕິ ແລະ ບັນ​ລຸ​ໝາກ​ຜົນ​ສູງ​ໃນ​ບັນ​ດາ​ການຕີ​ລາ​ຄາ​ສາ​ກົນປະ​ຈຳ​ໄລ​ຍະ. ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ຕະຫຼາດ​ແຮງ​ງານ​ກໍ​ຮັບ​ຮູ້​ມີ​ການ​ປົວ​ແປງ​ຢ່າງ​ຈະ​ແຈ້ງ. ອີກ​ຈຸດ​ພົ້ນ​ເດັ່​ນ​ອື່ນ​ແມ່ນ​ປະ​ສິດ​ທິ​ຜົນ​ນຳ​ໃຊ້​ທຶນ​ມະ​ນຸດ​ຂອງ ຫວຽດ​ນາມ. ໃນ​ບົດ​ລາຍ​ງານ HCI+ ຊີ້​ໃຫ້​ເຫັນ​ວ່າ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຫັນ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​​ການສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ​ກາຍ​ເປັນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ​ໄດ້​ເປັນ​ຢ່າງ​ດີກວ່າ​ລະ​ດັບ​ປານ​ກາງ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​​ລະ​ດັບດຽວ​ກັນ. ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້, ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ນອນ​ໃນ​ກຸ່ມ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແກ້ງ​ແຍ້ງ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ຫັນ​ປ່ຽນ​ໄປ​ສູ່​ຮູບ​ແບບ​ການ​ເຕີບ​ໂຕໂດຍ​ອີງ​ໃສ່​ທັກ​ສະ ແລະ ນະ​ວັດ​ຕະ​ກຳ.

top