ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ອາຊຽນແມ່ນຄອບຄົວຂອງ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃຫ້ການຕ້ອນຮັບທ່ານ Dato’ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ (ພາບ: VOV)
ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ ປະຈຳຮ່າໂນ້ຍ. ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ຖືບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ແມ່ນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ອາຊຽນແມ່ນຄອບຄົວຂອງ ຫວຽດນາມ.
ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາຊຽນແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ, ປີ 2025 ສ້າງຂີດໝາຍຄົບຮອບ 3 ທົດສະວັດ ທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ແລະ ຍາມໃດກໍ່ມານະພະຍາຍາມຈົດສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດ ອາຊຽນສ້າງປະຊາຄົມອາຊຽນມີຄວາມສາມັກຄີ, ເຂັ້ມແຂງ, ມີຖານະບົດບາດທີ່ນັບມື້ນັບສູງໃນໂລກ. ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາບັນດາເອກອັກຄະລັດຖະທູດ, ອຸປະທູດຍາມໃດກໍ່ຈະແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນທີ່ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ແມ່ນແກ່ນສານໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອາຊີ - ປາຊີຟິກ - ມະຫາສະໝຸດອິນເດຍ.
ຕາງໜ້າເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອາຊຽນຢູ່ຮ່າໂນ້ຍ, ເນື່ອງໃນໂອກາດປີໃໝ່, ທ່ານ Dato’ Tan Yang Thai ເອກອັກຄະລັດຖະທູດ ມາເລເຊຍ, ເຊິ່ງເປັນປະທານພວມດຳລົງຕຳແໜ່ງປະທານອາຊຽນ 2025 ໄດ້ສົ່ງຄຳອວຍພອນ ແລະ ຄຳຢຶ້ຢາມຖາວຂ່າວຂອງການນຳຂັ້ນສູງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄປຍັງທ່ານປະທານປະເທດ ເລືອງເກື່ອງ, ອວຍພອນ ຫວຽດນາມ ສືບຕໍ່ແມ່ນແບບຢ່າງທີ່ດີກ່ຽວກັບການພັດທະນາທີ່ປະສົບຜົນສຳເລັດຢູ່ພາກພື້ນ. ທ່ານເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກອາຊຽນ ຈະມານະພະຍາຍາມປະຕິບັດຄຳໝັ້ນສັນຍາ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ.