ຂ່າວສານ

ຫວຽດ​ນາມ ຊ່ວຍ​ເຫຼືອ ເວ​ເນ​ຊູ​ເອ​ລາ ແກ້​ໄຂ​ຜົນ​ຕາມ​ມາ​ຂອງ​ໄພ​ພິ​ບັດ​ທຳ​ມະ​ຊາດ ​ຈຳ​ນວນ​ເງິນ 300.000 USD

ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຕົກ​ລົງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ ດ້ວຍ​ຈຳ​ນວນ​ເງິນ 300.000 USD ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ ແລະ​ ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ແກ້​ໄຂ​ຜົນ​ຕາ​ມ​ມາ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ.
  ຄະ​ນະ​ກູ້​ໄພ​ກູ້​ຊີບ​ ຫວຽດ​ນາມ ຜັນ​ຂະ​ຫຍາ​ຍ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ຢູ່ ເວ​ເນ​ຊູ​ເອ​ລາ (ພາບ: VNA)  
ຕໍ່​ກັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງທາງດ້ານ​ຊີ​ວິດ​ອິນ​ຊີ ແລະ ຊັບ​ສິນ ຍ້ອນ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ລຽນ​ຕິດ​ 2 ຄັ້ງໃນ​ວັນ​ທີ 24 ມິ​ຖຸ​ນາ 2026 ຢູ່ ເວ​ເນ​ຊູ​ເອ​ລາ, ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຈ​ິດ​ໃຈ​ໜູນຊ່ວຍ​ເຊິ່ງ​ກັນ ແລະ ກັນ ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ, ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຕົກ​ລົງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໂດຍ​ດ່ວນ ດ້ວຍ​ຈຳ​ນວນ​ເງິນ 300.000 USD ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ ແລະ​ ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ແກ້​ໄຂ​ຜົນ​ຕາ​ມ​ມາ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ, ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ຜົນ​ກະ​ທົບ ​ກັບ​ຄືນ​ສູ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

top