ສັນຍາ BBNJ ແມ່ນເອກະສານໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຈະມີຜົນບັງຄັບໃຊ້ແຕ່ວັນທີ 17 ມັງກອນ 2026, ພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນໃນວັນທີ 19 ກັນຍາ 2025.
ໃນຂອບເຂດສັບປະດາກົດໝາຍສາກົນ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80, ຕອນບ່າຍວັນທີ 31 ຕຸລາ, ຫວຽດນາມ ໄດ້ພ້ອມກັບ ສິງປະໂປ ພ້ອມກັນຈັດກອງປະຊຸມສົນທະນາສາກົນ “ບັນດາບາດກ້າວທີ່ຈຳເປັນໃຫ້ແກ່ການປະຕິບັດສັນຍາວ່າດ້ວຍການອະນຸລັກຮັກສາຊີວະນາໆພັນທະເລ ແລະ ນຳໃຊ້ຊີວະນາໆພັນທະເລດຢູ່ບັນດາເຂດທະເລນອກຂອບເຂດຕັດສິນແຫ່ງຊາດ ແບບຍືນຍົງ (BBNJ): ສິ່ງທ້າທາຍ ແລະ ກາລະໂອກາດ”. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າໂລກກ່ຽວກັບກົດໝາຍທະເລ ແລະ ຜູ້ແທນຕາງໜ້າໃຫ້ເກືອບ 100 ປະເທດ ຢູ່ ທະວີບຕ່າງໆ.
ສັນຍາ BBNJ ແມ່ນເອກະສານໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຈະມີຜົນບັງຄັບໃຊ້ແຕ່ວັນທີ 17 ມັງກອນ 2026, ພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນໃນວັນທີ 19 ກັນຍາ 2025. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ອະນຸລັກຮັກສາ ແລະ ຂຸດຄົ້ນຊີວະນາໆພັນທະເລຢູ່ບັນດາເຂດທະເລສາກົນແບບຍືນຍົງ, ດ້ວຍ 4 ເສົາຄ້ຳຫຼັກ, ລວມມີ: ການສຳຜັດ, ການຂຸດຄົ້ນ ແລະ ການແບ່ງປັນຜົນປະໂຫຍດຈາກແຫຼ່ງ ແຊນ ທະເລຢ່າງຍຸຕິທຳ; ສ້າງຕັ້ງ ແລະ ຄຸ້ມຄອງບັນດາເຂດອະນຸລັກຮັກສາທະເລ; ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມສຳລັບບັນດາການເຄື່ອນໄຫວຢູ່ນອກຂອບເຂດຕັດສິນແຫ່ງຊາດ; ສ້າງກຳລັງຄວາມສາມາດ ແລະ ມອບໂອນເຕັກໂນໂລຢີທະເລ.