ກະຊວງການຕ່າງປະເທດສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຍຸດທະສາດ, ພົບປະຂັ້ນສູງເປັນປະຈຳ, ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືລະຫວ່າງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ສົ່ງເສີມທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນເປີດກວ້າງການພົບປະແລກປ່ຽນ, ການຮ່ວມມື; ຍູ້ແຮງການຮ່ວມມືຢ່າງແທ້ຈິງ.
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ແລະ ທ່ານ ເຊິນໄວຕຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດ)
ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ເລຂາທິການໃຫຍ່ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ຫງວຽນມິງຫວູ ໄດ້ໂອ້ລົມສົນທະນາກັບທ່ານ ເຊິນໄວຕຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ເລຂາທິການໃຫຍ່ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຈີນ ຫວຽດນາມ ເນື່ອງໃນໂອກາດທ່ານຮອງລັດຖະມົນຕີ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ.
ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ສະເໜີກະຊວງການຕ່າງປະເທດສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຍຸດທະສາດ, ພົບປະຂັ້ນສູງເປັນປະຈຳ, ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືລະຫວ່າງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ສົ່ງເສີມທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນເປີດກວ້າງການພົບປະແລກປ່ຽນ, ການຮ່ວມມື; ຍູ້ແຮງການຮ່ວມມືຢ່າງແທ້ຈິງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນມິງຫວູຢັ້ງຢືນ ຫວຽດນາມ ຢຶດໝັ້ນແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ທ່ານສະເໜີສອງຝ່າຍຮັກສາກົນໄກເຈລະຈາ, ແລກປ່ຽນລະຫວ່າງສອງປະເທດກ່ຽວກັບບັນຫາຢູ່ທະເລຢ່າງເປັນປະຈຳ, ແກ້ໄຂບັນດາບັນຫາກຳປັ່ນຫາປາຂອງຊາວປະມົງຢ່າງສົມເຫດສົມຜົນ.
ສ່ວນທ່ານຮອງລັດຖະມົນຕີ ເຊິນໄວຕຸງ ສະແດງຄວາມນັບຖືຕໍ່ບັນດາຂໍ້ສະເໜີການຮ່ວມມືຂອງຝ່າຍຫວຽດນາມ, ຈີນຈະສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ, ໃນນັ້ນມີຜະລິດຕະພັນກະເສດຂອງ ຫວຽດນາມ; ສົ່ງເສີມບັນດາວິສາຫະກິດເປີດກວ້າງການລົງທຶນ, ຕັ້ງໜ້າສົມທົບກັບບັນດາອົງການຫວຽດນາມ ແກ້ໄຂຂໍ້ຄົງຄ້າງຢູ່ບາງໂຄງການຮ່ວມມື. ທ່ານຮອງລັດຖະມົນຕີ ເຊິນໄວຕຸງ ສະເໜີໃຫ້ສອງຝ່າຍຍູ້ແຮງການຜັນຂະຫຍາຍບ້ວງເງິນໜູນຊ່ວຍຂອງຈີນໃຫ້ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ການສຶກສາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສືບຕໍ່ສົມທົບກັນໃນບັນດາກົນໄກຫຼາຍຝ່າຍ.