ຕອນເຊົ້າວັນທີ 9 ມິຖຸນາ, ທີ່ວາລະໄຂເວທີປາໄສອະນາຄົດ ອາຊຽນ 2026 (ASEAN Future Forum - AFF 2026) ດ້ວຍຫົວຂໍ້ “ພ້ອມກັນສ້າງອະນາຄົດລວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ” ໄດ້ດຳເນີນຢ່າງສົມກຽດຢູ່ ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)
ກ່າວຄຳເຫັນທີ່ວາລະໄຂ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ອາຊຽນ ພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ມີຄວາມໝາຍເປັນບາດລ້ຽວໃນວິວັດການພັດທະນາ, ເມື່ອບັນດາຫຼັກການພື້ນຖານຂອງເສດຖະກິດ, ເຕັກໂນໂລຢີ ແລະ ສິດອຳນາດທົ່ວໂລກພວມໄດ້ຮັບການກຳນົດຄືນໃໝ່.ຕາມທ່ານນາຍົກລັດຖະມົນຕີແລ້ວ, ໃນຊຸມທົດສະຫວັດຈະມາເຖິງ ຈະແມ່ນວິວັດການສ້າງອະນາຄົດ ອາຊຽນ ໃນສະພາບການໂລກມີການປ່ຽນແປງຢ່າງເລິກເຊິ່ງ. ເພື່ອປະຕິບັດຄວາມມຸ່ງຫວັງນັ້ນໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ:
ອາຊຽນຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເອກະພາບໃນຄວາມຫຼາຍຮູບຫຼາຍແບບ - ບັນດາຄຸນຄ່າສ້າງຜົນສຳເລັດຂອງຕົນ ແຕ່ດ້ວຍວິທີການເຂົ້າເຖິງທີ່ມີຫົວຄິດປະດິດສ້າງກວ່າ: ເຫັນດີເຫັນພ້ອມກ່ຽວກັບບັນດາຄຸນຄ່າ ແຕ່ມີຄວາມຂະຫຍັນຂັນເຄື່ອນໃນການກະທຳ, ຢຶດໝັ້ນຕໍ່ຫຼັກການ ແຕ່ປ່ຽນແປງໃໝ່ວິທີການເຮັດ, ຮັກສາສີສັນຢ່າງໝັ້ນຄົງ ແຕ່ມີຄວາມເປັນເຈົ້າການສ້າງກາລະໂອກາດຕໍ່ການປ່ຽນແປງຂອງຍຸກສະໄໝໃໝ່.
ບົນເສັ້ນທາງແຫ່ງການຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045, ທ່ານນາຍົກລັດຖະມົນຕີ ສະເໜີ ອາຊຽນ ມຸ່ງໄປເຖິງສາມຍຸດທະສາດ. ທີໜຶ່ງ, ອາຊຽນ ບໍ່ພຽງແຕ່ເຂົ້າຮ່ວມບັນດາທ່າອ່ຽງທົ່ວໂລກເທົ່ານັ້ນ ຫາກຍັງປະກອບສ່ວນກຳນົດທິດບັນດາທ່າອ່ຽງນັ້ນ. ທີສອງ, ຕາມທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລ້ວ, ອາຊຽນ ບໍ່ພຽງແຕ່ແມ່ນສູນການຜະລິດເທົ່ານັ້ນ ຕ້ອງກາຍເປັນສູນນະວັດຕະກຳອີກດ້ວຍ. ທ່ານໃຫ້ຮູ້ວ່າ:
ອາຊຽນ ບໍ່ພຽງແຕ່ແມ່ນບອ່ນຊົມໃຊ້ເຕັກໂນໂລຢີເທົ່ານັ້ນ ຫາກຍັງຕ້ອງກາຍເປັນບ່ອນສ້າງເຕັກໂນໂລຢີອີກດ້ວຍ, ບໍ່ພຽງແຕ່ແມ່ນບອ່ນບັນດາລະບົບສະໜອງເດີນຜ່ານເທົ່ານັ້ນ ຫາກຍັງຕ້ອງກາຍເປັນບ່ອນສ້າງບັນດາລະບົບສະໜອງ. ເພາະສະນັ້ນ, ອາຊຽນຕ້ອງລົງທຶນຢ່າງແຮງກວ່າໃຫ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມຸ່ງໄປເຖິງການສ້າງລະບົບນິເວດເຕັກໂນໂລຢີ ແລະ ຫັນເປັນດີຈີຕອນທີ່ມີສີສັນອາຊຽນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າການສ້າງບັນດາມາດຖານລວມຂອງໂລກ.
ທີສາມ, ອາຊຽນບໍ່ພຽງແຕ່ແມ່ນປະຊາຄົມຂອງບັນດາປະເທດເທົ່ານັ້ນຫາກຍັງຕ້ອງເປັນປະຊາຄົມຂອງປະຊາຊົນຢ່າງແທ້ຈິງອີກດ້ວຍ.