ຂ່າວສານ

ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​​ຈຳ​ນວນປະ​ຊາ​ກອນ​ໃໝ່

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ວິ​ວັດການ​ຫັນ​ປ່ຽນຈຳ​ນວນ​ປະ​ຊາ​ກອນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ອາ​ຊີ, ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ​ກວ່າ 100 ລ້ານ​ຄົນ, ອາ​ຍຸ​ຍືນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ອັດ​ຕາ​ການ​ເກີດ​ຍັງ​ຄົງ​ຮັກ​ສາ​ໃນ​ລະ​ດັບ​ດຸ່ນ​ດ່ຽງ​ພໍ​ສົມ​ຄວນ.

ນີ້​ແມ່ນ​ພື້ນ​ຖານ​​ສຳ​ຄັນ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງ.​ການ​ຕີ​ລາ​ຄາ​ເຫຼົ່າ​ນັ້ນ ໂດຍ​ນັກ​ຄົ້ນ​ຄວ້າ Gilles Pison ແລ​ພ Catherine Scornet ຂ​ອງ​ສະ​ຖາ​ບັນ​ຄົ້ນ​ຄວ້າປະ​ຊາ​ກອນ​ແຫ່ງ​ຊາດ ຝ​ລັ່ງ (Ined) ​ຍົກ​ອອກ​ມາໃນ​ການຄົ້ນ​ຄ້​ວາ​ຈຳ​ເພາະ “ຫວຽດ​ນາມ: ​ປະ​ຊາ​ກອນ 100 ລ້ານ​ຄົນ​ໃນ​ປະ​ຈຸ​ບັນ, ​ໃນມື້​ໜ້າ​​ຈະແມ່ນ​ເທົ່າ​ໃດ” ທີ່​ໄດ້​​ລົງ​ໃນ​ວາ​ລະ​ສານ Population & Societes ສະ​ບັບ​ອອກ​ເດືອ​ນ ມິ​ຖຸ​ນາ 2026.

(ພາບ​ປະ​ກອບ: VNA)

ຕາມ​ການ​ຄາດ​ຄະ​ເນ​ສະ​ເລ່ຍ​ຂອງ​ ສ​ປ​ຊ ເຊິ່ງ​ກຸ່ມ​ນັກ​ຄົ້ນ​ຄວ້າ​ນີ້​ໄດ້​ຄັດ​ສະ​ເໜີ​ແລ້ວ, ປະ​ຊາ​ກອນ ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ອາດ​ຈະ​ບັນ​ລຸ​ປະ​ມານ 110 ລ້ານ​ຄົນ ໃນ​ກາງ​ສະ​ຕະ​ວັດ​ທີ XXI ກ່ອນ​ທີ່​ຄ່ອຍໆ​ ເປັນ​ປົກ​ກະ​ຕິ. ບັນ​ດາ​ນັກ​ຄົ້ນ​ຄວ້າຖື​ວ່າ ຜົນ​ງານ​ເຫຼົ່າ​ນີ້ ແມ່ນ​ໝາກ​ຜົນ​ຂອງວິ​ວັ​ດ​ແຫ່ງການ​ຫັນ​ປ່ຽນ​ປະ​ຊາ​ກອນ​ວິ​ທະ​ຍາ​ທີ່​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ​ໃນ​ຫຼາຍ​ທົດ​ສະ​ວັດ. ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ປັບ​ປຸງ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ໃຫ້​ດີ​ຂຶ້ນ, ອັດ​ຕາ​ການ​ຕາຍໄດ້ຫຼຸ​ດ​ລົງ​ຢ່າງ​ແຮງ, ໃນ​ຂະ​ນະ​ທີ່​​ອັດ​ຕາ​ການ​ເກີດ​ນັບ​ມື້​ນັບຫຼຸດ​ລົງ​​ສູ່ລະ​ດັບພໍ​ສົມ​ຄວນ​.

ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ນັກ​ຄົ້ນ​ຄວ້າ​ກໍ​ໃສ່​ໃຈ​ວ່າ ຫວຽດ​ນາມ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ຈຳ​ນວນ​ໜຶ່ງ​ ຄື ອັດ​ຕາ​ອາ​ຍຸ​ສູງນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ສະ​ພາບ​ຂາດ​ຄວາມ​ດຸ່ນ​ດ່ຽງ​ທາງ​ເພດ.


top