ການພົບປະສອງຝ່າຍ (ພາບ: VGP)
ນະທີ່ນີ້, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ສູ້ຊົນນຳມູນຄ່າການຄ້າສອງຝ່າຍຂຶ້ນກວ່າ 12 – 15 ຕື້ USD ໃນປີ 2030. ຫວຽດນາມ ສະເໜີ ກູເວດ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ (FTA) ຫວຽດນາມ - ສະພາຮ່ວມມືເຂດອ່າວ (GCC) ແລະ ເລີ່ມດຳເນີນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ຫວຽດນາມ - ກູເວດ ໂດຍໄວ. ສອງຝ່າຍຢັ້ງຢືນຈະ ຊຸກຍູ້ເປີດກວ້າງການເຄື່ອນໄຫວຂອງໂຄງການກັ່ນຕອງນ້ຳມັນ ງິເຊີນ. ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາບໍລິການນ້ຳມັນອາຍແກັດ ແລະ ສະໜອງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາໂຄງການຢູ່ ກູເວດ, ເປີດກວ້າງການຮ່ວມມືໄປສູ່ບາງໂຄງການໃໝ່, ພິເສດແມ່ນກໍ່ສ້າງໂຄງການສາງແຮໄວ້ ແລະ ສົ່ງຕໍ່ນ້ຳມັນອາຍແກັດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ກູເວດ ໃຫ້ຄຳໝັ້ນສັນຍາຊຸກຍູ້ກອງທຶນລົງທຶນສາທາລະນະ ກູເວດ ແລະ ບັນດານັກລົງທຶນ ກູເວດ ຜັນຂະຫຍາຍບັນດາໂຄງການໃຫຍ່, ຍຸດທະສາດຢູ່ ຫວຽດນາມ, ສົມທົບກັບ ຫວຽດນາມ ຫັນບັນດາລະບຽບການສະໜອງທຶນ ODA ເປັນງ່າຍດາຍ. ກູເວດ ຈະຊຸກຍູ້ການຄົ້ນຄວ້າລົງທຶນກໍ່ສ້າງໂຄງງານຜະລິດຜະລິດຕະພັນກະເສດຢູ່ ຫວຽດນາມ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາກອງທຶນລົງທຶນ, ວິສາຫະກິດ ກູເວດ, ໃນນັ້ນ ສະເໜີອົງການລົງທຶນ ກູເວດ (KIA) ລົງທຶນເຂົ້າສູນການເງິນສາກົນຢູ່ ຫວຽດນາມ.
ສອງຝ່າຍກໍຕົກລົງເຫັນດີຊຸກຍູ້ການຮ່ວມມືແຮງງານ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນ.
ນາຍົກລັດຖະມົນຕີສອງທ່ານກໍເປັນສັກສີພິຍານພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ (ພາບ: VGP)
ພາຍຫຼັງການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານກໍເປັນສັກສີພິຍານພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ແລະ ເອກະສານຮ່ວມມືຈຳນວນໜຶ່ງລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການຂອງສອງປະເທດ.
ໃນຂອບເຂດຂອງການຢ້ຽມຢາມ ກູເວດ ຄັ້ງນີ້, ໃນວັນດຽວກັນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍໄດ້ເຂົ້າຢ້ຽມຂ່ຳນັບກະສັດ ກູເວດ Sheikh Meshal Al-Ahmad Al-Jaber Al-Sabah. ໃນການພົບປະ, ກະສັດ ກູເວດ ໄດ້ຢັ້ງຢືນວ່າ ຫວຽດນາມ ມີທີ່ຕັ້ງຍຸດທະສາດໃນນະໂຍບາຍພົວພັນຕ່າງປະເທດຂອງ ກູເວດ; ປາດຖະໜາວ່າສອງປະເທດຈະເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ວິທະຍາສາດ - ເຕັກໂນໂລຢີ ກໍຄືການສົມທົບຫຼັກໝັ້ນໃນບັນດາບັນຫາສາກົນ. ກະສັດ ກູເວດ ກໍຢັ້ງຢືນວ່າ ດ້ວຍບົດບາດເປັນປະທານສະພາຮ່ວມມືເຂດອ່າວ (GCC), ກູເວດ ຈະເອົາໃຈໃສ່ທີສຸດເຖິງການເພີ່ມທະວີການຮ່ວມມືລະຫວ່າງ GCC ແລະ ຫວຽດນາມ ກັບ ອາຊຽນ, ຖື ຫວຽດນາມ ແມ່ນປະຕູຍຸດທະສາດເພື່ອເປີດກວ້າງການຮ່ວມມືກັບ ອາຊຽນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບກະສັດ ກູເວດ Sheikh Meshal Al-Ahmad Al-Jaber Al-Sabah (ພາບ: VGP)
ສ່ວນທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ກະສັດ ກູເວດ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາ; ສະເໜີ 9 ຂົງເຂດຈຸດສຸມທີ່ຈະຮ່ວມມືໃນໄລຍະຈະມາເຖິງ ແລະ ດຳເນີນການເຈລະຈາສັນຍາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນດາໂຄງການໜູນຊ່ວຍແກ່ການພັດທະນາລະບົບນິເວດ Halal ຢູ່ ຫວຽດນາມ ໂດຍໄວ…