ຂ່າວສານ ຫວຽດນາມ ແບ່ງປັນບົດຮຽນປະສົບການໃນກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາການສູນກາງ APEC 2026 07/02/2026 ໃນລະຫວ່າງວັນທີ 04 – 05 ກຸມພາ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈັດຂຶ້ນຢູ່ ຊຽງໄຮ້, ປະເທດ ຈີນ, ປະເທດເຈົ້າພາບຈັດປີ APEC 2026. ຫົວໜ້າຄະນະຜູ້ແທນບັນດາປະເທດຖ່າຍຮູບເປັນທີ່ລະນຶກ (ພາບ: VGP) ໃນປີ APEC 2026, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊີ - ປາຊີຟິກວັດຖະນາຖາວອນລວມ”, ຈີນ ກຳນົດ 4 ຈຸດສຸມບຸລິມະສິດປຶກສາຫາລືໃນຂະບວນວິວັດລັດຖະມົນຕີການເງິນ APEC ປີ 2026 ລວມມີ: ນະໂຍບາຍປີການເງິນໜູນຊ່ວຍຄອບຄົວ; ການເງິນສຳລັບພື້ນຖານໂຄງລ່າງດີຈີຕອນ; ໂອກາດ ແລະ ການເຂົ້າເຖິງການເງິນສຳລັບທຸກຄົນ; ການສົນທະນາກັບນັກການເງິນໜຸ່ມທີ່ມີຄວາມເກັ່ງກ້າສາມາດ. ເມື່ອກ່າວຄຳເຫັນໃນກອງປະຊຸມ ແລະ ບັນດາວາລະປຶກສາຫາລືໃນຂອບເຂດຫົວຂໍ້ບຸລິມະສິດນັ້ນ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບບັນດາຜົນງານເສດຖະກິດມະຫາພາກຂອງ ຫວຽດນາມ ໃນປີ 2025, ອັບເດດບັນດາເປົ້າໝາຍໃນປີ 2026 ແລະ ໄລຍະ 2026 – 2030. ທ່ານຮອງລັດຖະມົນຕີກໍແບ່ງປັນບົດຮຽນປະສົບການຂອງ ຫວຽດນາມ ໃນການສ້າງບັນດານະໂຍບາຍປີການເງິນໜູນຊ່ວຍຄອບຄົວ, ສະແດງໃຫ້ເຫັນຈິນຕະນາການສະເໝີຕົ້ນສະເໝີປາຍ ແລະ ວິໄສທັດຍຸດທະສາດຂອງ ຫວຽດນາມ ທີ່ຖືການລົງທຶນ, ພັດທະນາມະນຸດເປັນພື້ນຖານ, ຍົກສູງລາຍຮັບຄອບຄົວຂຶ້ນເທື່ອລະກ້າວ ແລະ ສ້າງກຳລັງໜູນເຕີບໂຕໃໝ່, ຜ່ານນັ້ນ ກໍ່ຊຸກຍູ້ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຍາວ.

ໃນລະຫວ່າງວັນທີ 04 – 05 ກຸມພາ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈັດຂຶ້ນຢູ່ ຊຽງໄຮ້, ປະເທດ ຈີນ, ປະເທດເຈົ້າພາບຈັດປີ APEC 2026. ຫົວໜ້າຄະນະຜູ້ແທນບັນດາປະເທດຖ່າຍຮູບເປັນທີ່ລະນຶກ (ພາບ: VGP) ໃນປີ APEC 2026, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊີ - ປາຊີຟິກວັດຖະນາຖາວອນລວມ”, ຈີນ ກຳນົດ 4 ຈຸດສຸມບຸລິມະສິດປຶກສາຫາລືໃນຂະບວນວິວັດລັດຖະມົນຕີການເງິນ APEC ປີ 2026 ລວມມີ: ນະໂຍບາຍປີການເງິນໜູນຊ່ວຍຄອບຄົວ; ການເງິນສຳລັບພື້ນຖານໂຄງລ່າງດີຈີຕອນ; ໂອກາດ ແລະ ການເຂົ້າເຖິງການເງິນສຳລັບທຸກຄົນ; ການສົນທະນາກັບນັກການເງິນໜຸ່ມທີ່ມີຄວາມເກັ່ງກ້າສາມາດ. ເມື່ອກ່າວຄຳເຫັນໃນກອງປະຊຸມ ແລະ ບັນດາວາລະປຶກສາຫາລືໃນຂອບເຂດຫົວຂໍ້ບຸລິມະສິດນັ້ນ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບບັນດາຜົນງານເສດຖະກິດມະຫາພາກຂອງ ຫວຽດນາມ ໃນປີ 2025, ອັບເດດບັນດາເປົ້າໝາຍໃນປີ 2026 ແລະ ໄລຍະ 2026 – 2030. ທ່ານຮອງລັດຖະມົນຕີກໍແບ່ງປັນບົດຮຽນປະສົບການຂອງ ຫວຽດນາມ ໃນການສ້າງບັນດານະໂຍບາຍປີການເງິນໜູນຊ່ວຍຄອບຄົວ, ສະແດງໃຫ້ເຫັນຈິນຕະນາການສະເໝີຕົ້ນສະເໝີປາຍ ແລະ ວິໄສທັດຍຸດທະສາດຂອງ ຫວຽດນາມ ທີ່ຖືການລົງທຶນ, ພັດທະນາມະນຸດເປັນພື້ນຖານ, ຍົກສູງລາຍຮັບຄອບຄົວຂຶ້ນເທື່ອລະກ້າວ ແລະ ສ້າງກຳລັງໜູນເຕີບໂຕໃໝ່, ຜ່ານນັ້ນ ກໍ່ຊຸກຍູ້ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຍາວ.