ຂ່າວສານ

ຫວຽດ​ນາມ​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ແຖວ​ໜ້າ​ຂອງ ແຂກ​ທ່ອງ​ທ່ຽວ ອົດ​ສະ​ຕາ​ລີ

ຕາມ Sky News ແລ້ວ, ຫວຽດນາມ ແມ່ນປະເທດພົ້ນເດັ່ນ, ເຕັມໄປດ້ວຍພະລັງຊີວິດ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ.
  (ພາບປະກອບ: nhandan.vn)  
ຫວ່າງແລ້ວນີ້, ເວັບໄຊ Sky News (ອົດສະຕາລີ) ໄດ້ລົງບົດຂຽນໂດຍໃຫ້ຮູ້ວ່າ ເມື່ອແຂກທ່ອງທ່ຽວ ອົດສະຕາລີ ຢາກຊອກຮູ້ ບັນດາການທ່ອງທ່ຽວທາງດ້ານວັດທະນະທຳທີ່ມີຄວາມໝາຍ”,  ເຂົາເຈົ້າໄດ້ຍົກອອກ ຫວຽດນາມ ແມ່ນສະຖານທີ່ຢືນຢູ່ອັນດັບທີ 1 ໃນບັນຊີລາຍຊື່ ຍ້ອນວ່າການທ່ອງທ່ຽວຢູ່ຫວຽດນາມ ມີຄຸນນະພາບດີ ແລະ ລາຄາຖືກກ່ວາເມື່ອທຽບໃສ່ກັບບໍ່ວ່າສະຖານທີ່ໃດ. ຕາມ Sky News ແລ້ວ, ຫວຽດນາມ ແມ່ນປະເທດພົ້ນເດັ່ນ, ເຕັມໄປດ້ວຍພະລັງຊີວິດ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ. ຂໍ້ມູນຫຼ້າສຸດໃນປີນີ້ ຂອງກົມສະຖິຕິ ອົດສະຕາລີ(ABS) ສະແດງໃຫ້ເຫັນວ່າ ຈຳນວນແຂກທ່ອງທ່ຽວ ອົດສະຕາລີ ມາ ຫວຽດນາມ ໄດ້ມີຫຼາຍກ່ວາບັນດາສະຖານທີ່ອື່ນໆໃນໂລກ, ເພີ່ມຂຶ້ນ 54% ໃນໄຕມາດທີ 1/2025 ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019. ທ່ານນາງ Nicole Newport, ຜູ້ອຳນວຍການຝ່າຍຂາຍສິນຄ້າພາກພື້ນ ໂອເຊອານີ ຂອງ ໃຫ້ຮູ້ວ່າ Inside Asia Tours ຫວຽດນາມ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ ແລະ ຄາດວ່າທ່າອ່ຽງນີ້ຈະສືບຕໍ່ໄດ້ຮັກສາໃນໄລຍະຈະມາເຖິງ. ຕາມທ່ານນາງແລ້ວ, ດ້ວຍທີ່ຕັ້ງພູມສາດການເມືອງ ໃກ້ກັບອົດສະຕາລີ ແລະ ບັນດາການລົງພຶດຕິກຳຕົວຈິງທີ່ອຸດົມສົມບູນ, ນັບແຕ່ບັນດານະຄອນປະຫວັດສາດ, ບັນດາຕະຫຼາດທີ່ມີຄົນຄັບຄາໜາແໜ້ນ ຈົນຮອດທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ມີຄວາມເປັນຫຼາຍຮູບຫຼາຍແບບ ໄດ້ເຮັດໃຫ້ການເດີນທາງໄປທ່ອງທ່ຽວ ຫວຽດນາມ ອາດສາມາດນຳມາເຊິ່ງຄວາມຮູ້ສຶກຄືກັບໄດ້ໄປຄົ້ນຫາຢູ່ຫຼາຍປະເທດ ໃຫ້ແກ່ແຂກທ່ອງທ່ຽວ.

top