ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຢັ້ງຢືນການສະໜັບສະໜູນທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຕໍ່ການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ ແລະ ມາດຕະການສອງລັດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 81 ຢູ່ ນິວຢອກ, ອາເມລິກາ (ພາບ: VNA)
ວັນທີ 23 ພະຈິກ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ ໄດ້ດຳເນີນພິທີສະເຫຼີມສະຫຼອງ ວັນສາກົນສາມັກຄີກັບປະຊາຊົນ ປາແລັດສະຕິນ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົ່ງສານໄປຍັງທ່ານ Antonio Guterres ເລຂາທິການໃຫຍ່ ສປຊ , ທ່ານ Khalilur Rahman ປະທານສະມັດຊາໃຫຍ່ ສປຊ, ທ່ານ Coly Seck ປະທານຄະນະກຳມະການຂອງ ສປຊ ກ່ຽວກັບການປະຕິບັດບັນດາສິດບໍ່ສາມາດລະເມີດຂອງປະຊາຊົນ ປາແລັດສະຕິນ ແລະ ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ.
ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຢັ້ງຢືນການສະໜັບສະໜູນທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຕໍ່ການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ ແລະ ມາດຕະການສອງລັດ; ຫວຽດນາມ ເຂົ້າຮ່ວມສະພາສັນຕິພາບ ກ່ຽວກັບເຂດກາຊາ, ພ້ອມທັງປະສານສົມທົບກັບ ສປຊ ແລະ ບັນດາຄູ່ຮ່ວມມືສາກົນ ເພື່ອໜູນຊ່ວຍການສ້າງຕັ້ງຊີວິດການເປັນຢູ່ຂອງປະຊາຊົນປາແລັດສະຕິນກັບຄືນສູ່ສະພາບການທີ່ເປັນປົກກະຕິຄືນໃໝ່.