ຕອນບ່າຍວັນທີ 3 ເມສາ 2020, ຢູ່ຮ່າໂນ້ຍ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ດຳເນີນການມອບອຸປະກອນການແພດ, ເຊິ່ງແມ່ນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ ແລະ ປະຊາຊົນລາວ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍເພື່ອໜູນຊ່ວຍໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ມອບອຸປະກອນການແພດໃຫ້ແກ່ທ່ານ ແສງເພັດ ຮຸ່ງບຸນຍວງ
ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ
ບັນດາອຸປະກອນການແພດເຫຼົ່ານີ້ລວມມີ: ຊຸດເຄື່ອງນຸ່ງປ້ອງກັນ, ຜ້າອັດປາກ - ດັງອະນາໄມແລະຂ້າເຊື້ອ, ລະບົບວິໄຈພ້ອມກັບຊຸດກວດຫາເຊື້ອ Covid– 19.
ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ ຢັ້ງຢືນວ່າ ນີ້ແມ່ນສິ່ງທີ່ດີທີ່ສຸດເຊິ່ງ ລັດຖະບານ ຫວຽດນາມ ສາມາດແບ່ງປັນໄດ້ໃນສະພາບການທີ່ ຫວຽດນາມ ກໍ່ພວມມີຄວາມຕ້ອງການຢ່າງໃຫຍ່ຫຼວງກ່ຽວກັບບັນດາອຸປະກອນທາງການແພດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19, ຫວັງວ່າ ການໜູນຊ່ວຍນີ້ຈະປະກອບສ່ວນລະດົມກຳລັງໃຈ, ໜູນຊ່ວຍປະຊາຊົນ ລາວ ແລະ ກຳປູເຈຍຜ່ານຜ່າໄລຍະຫຍຸ້ງຍາກຄືໃນປັດຈຸບັນ. ທ່ານຮອງລັດຖະມົນຕີ ໄດ້ສະເໜີໃຫ້ລັດຖະບານລາວ, ກຳປູເຈຍສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ປະເທດປະຈຳຖິ່ນມີຄວາມອຸ່ນອ່ຽນໃຈດຳລົງຊີວິດເປັນປົກກະຕິ ແລະ ໄດ້ສຳຜັດກັບບັນດາເງື່ອນໄຂສາທາລະນະສຸກທີ່ຈຳເປັນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແລະ ທ່ານ ໄຈ ນາວູດ ເອກອັກຄະລັດຖະທູດ ກຳປູເຈຍປະຈຳຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຈຳນວນອຸປະກອນການແພດດັ່ງກ່າວບໍ່ພຽງແຕ່ເປັນການສະໜັບສະໜູນດ້ານວັດຖຸເທົ່ານັ້ນ, ຫາກຍັງເປັນແຫຼ່ງລະດົມກຳລັງໃຈອັນຍິ່ງໃຫຍ່ທີ່ຊ່ວຍໃຫ້ລາວ ແລະ ກຳປູເຈຍຜ່ານຜ່າໄລຍະຫຍຸ້ງຍາກນີ້ອີກດ້ວຍ. ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຢືນຢັນວ່າ ຈະປະສານສົມທົບຢ່າງແໜ້ນແຟ້ນ ກັບ ຫວຽດນາມ ເພື່ອຮັບປະກັນ ບັນດາຜົນປະໂຫຍດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ. ຮັກສາໄວ້ການໄປມາຄ້າຂາຍສິນຄ້າ ລະຫວ່າງ ສອງປະເທດ. ທ່ານ ໄຈ ນາວູດ ເອກອັກຄະລັດຖະທູດ ກຳປູເຈຍປະຈຳຫວຽດນາມ ຢືນຢັນວ່າຈະປະສານສົມທົບ ການຕ້ານ ແລະ ສະກັດກັ້ນໂລກລະບາດ, ຮັບປະກັນການຂົນສົ່ງສິນຄ້າລະຫວ່າງສອງປະເທດ ລະຫວ່າງສອງຊາດໃຫ້ເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)