ຂ່າວສານ

ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ພ້ອມກັບ IPU ຊຸກຍູ້ບົດບາດຂອງສະພາແຫ່ງຊາດໃນການປັບປຸງຄວາມສັນຕິພາບ ແລະ ພັດທະນາແບບຍືນຍົງ

      ສະພາແຫ່ງຊາດຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຍາມໃດກໍແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະພ້ອມກັບ ສະຫະພັນລັດຖະສະພາສາກົນ (IPU)  ແລະ ລັດຖະສະພາ ບັນດາປະເທດ ປະຕິບັດບັນດາມມະຕິ, ຂໍ້ລິເລີ່ມຂອງ IPU ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາປະເທດໃນໂລກ.

ທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ກອງປະຊຸມຄົບຄະນະ
ສະມັດຊາ IPU ຄັ້ງທີ 139 (ພາບ: TTXVN)
      ນີ້ແມ່ນຄໍາຢືນຢັນຂອງທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ກອງປະຊຸມຄົບຄະນະ ສະມັດຊາ IPU ຄັ້ງທີ 139  (IPU – 139) ເຊິ່ງໄດ້ດໍາເນີນໃນວັນທີ 16 ຕຸລາ ຢູ່ ເຊີແນວ ປະເທດ ສະວິດ.
         ກອງປະຊຸມສະມັດຊາ IPU – 139 ໄດ້ດໍາເນີນແຕ່ວັນທີ 14 – 18 ຕຸລາ, ໂດຍມີການເຂົ້າຮ່ວມຂອງ ລັດຖະສະພາ 178 ແຫ່ງ ຈາກບັນດາປະເທດສະມາຊິກ IPU. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດ ນໍາໜ້າຄະນະເຂົ້າຮ່ວມ ກອງປະຊຸມ.
        ກ່າວຄໍາເຫັນທີ່ວາລະປະຊຸມຄົບຄະນະ IPU – 139, ທ່ານ ອວງຈູລຶວ ແບ່ງປັນວ່າ ແມ່ນປະເທດໜຶ່ງທີ່ພວມພັດທະນາ ແຕ່ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຢູ່ທາງໜ້າ, ຫວຽດນາມ ມີຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືສາກົນ,  ຢາກໄດ້ຮັບການສະໜັບສະໜູນ, ໜູນຊ່ວຍດ້ານເຕັກນິກຈາກບັນດາປະເທດພັດທະນາ, ແບ່ງປັນບົດຮຽນໃນການຊຸກຍູ້ບົດບາດຂອງອົງການນິຕິບັນຍັດ, ຕິດຕາມກວດການະໂຍບາຍວິທະຍາສາດ-ເຕັກໂນໂລຢີ, ຕິດພັນກັບໜ້າທີ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາແບບຍືນຍົງ.
        ຢູ່ນອກກອງປະຊຸມ IPU – 139, ທ່ານ ອວງຈູລຶວ  ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະກັບທ່ານ Martin Chungong ເລຂາທິການໃຫຍ່ IPU ແລະ ທ່ານນາງ Gabriela Cuevas Barron  ປະທານ IPU. ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ກໍມີການເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດ ໄທ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ.
 (ແຫຼ່ງຄັດຈາກ VOV)


top