ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາ ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນ ການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ
ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການຕ້ອນຮັບ (ພາບ: VNA)

ຕອນບ່າຍວັນທີ 30 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳ​ບັນ​​ດ​າ​ອົງ​ການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່​ສູ້, ຕ້ານອາດຊະຍາກຳຫຼົບໜີ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງ​ຕັ້ງ​ໜ້າ, ມີຄວາມຮັບຜິດຊອບເຂົ້າໃນການ​ຮັກ​ສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພ້ອມ​ກັບບັນດາປະເທດສະມາຊິກປັບ​ປຸງຄວາມສາມັກຄີ, ​ເຄົາ​ລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້ສະເໜີວ່າ:

“ພວກເຮົາຈະສືບຕໍ່ເພີ່ມທະວີການລົງນາມໃນສັນຍາສອງຝ່າຍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ, ມອບ - ສົ່ງນັກໂທດ​ທີ່​ພວມ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຈຳ​ຄຸກລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ. ຊຸກ​ຍູ້​ການ​ສ້າງ​ລະ​ບຽບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ ອາ​ຊຽນ ໃຫ້ສຳເລັດ​ໂດຍ​ໄວ, ເພື່ອສ້າງຂ​ອບ​ນິ​ຕິ​ກຳ​ສະ​ດວກ ແລະ ເຂັ້ມແຂງກວ່າໃຫ້​ແກ່ບັນດາປະເທດ ອາຊຽນ ໃນການຕໍ່ສູ້, ປ້ອງ​ກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ພິ​ເສດ​ແມ່ນ​ອາດ​ຊະ​ຍາ​ກຳຖືກ​ໄລ​່ຈັບ.”

ຈຸດເດັ່ນຂອງກອງປະຊຸມນີ້ແມ່ນບັນ​ດາ​ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຫຼັກ​ການ​ຕໍ່​ແຜນ​ການປະຕິບັດ​ການ​ເຄື່ອນ​ໄຫວ​ລວມ ແລະ ຮັບຮອງເອົາຖະແຫຼງການຮ່ວມ.


top