ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ບັນດາຜູ້ແທນກໍ່ຖືວ່າ ການຮ່ວມມືເຂດອະນຸພາກພື້ນ ບໍ່ພຽງແຕ່ແມ່ນເລື່ອງລາວການຮ່ວມມືໜູນຊ່ວຍການພັດທະນາເທົ່ານັ້ນ
  ທີ່ກອງປະຊຸມສຳມະນາ ອາຊຽນ - ອັງກິດ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ, ​ດ້ວຍບົດ​ບາດ​ເປັນ​ປະ​ທານ​ປະ​ສານ​ງານ​ການ​ພົວ​ພັນ ອາ​ຊຽນ - ນິວ​ຊີ​ແລນ ແລະ ອາ​ຊຽນ - ລາ​ຊະ​ອາ​ນາ​ຈັກ ອັງ​ກິດ​ ໄລ​ຍະ 2024 – 2027, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ເວ​ທີ​ປາ​ໄສ ອາ​ຊຽນ - ນິວ​ຊີ​ແລນ ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ - ອັງ​ກິດ ​ສະ​ເຫຼີມ​ສະ​ຫຼອງ 5 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສົນ​ທະ​ນາ​ເຈ​ລະ​ຈາ (2021 – 2026).

ທີ່​ເວ​ທີ​ປາ​ໄສ ອາ​ຊຽນ - ນິວ​ຊີ​ແລນ ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ, ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີຕໍ່​ຂ​ໍ້​ສະ​ເໜີ​ແນະ​ຫຼາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ທີ່​ສັບຊ້ອນ​ຄວບ​ຄູ່​ເຂົ້າ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ ອາ​ຊຽນ - ນິວ​ຊີ​ແລນ​ 2026 – 2030; ພ້ອມ​ກັນ​ນັ້ນ, ບັນ​ດ​າ​ຜູ້​ແທນກໍ່​ຖື​ວ່າ ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ລາວ​ການ​ຮ່ວມ​ມື​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ວັດ​ທະ​ນາ​ຖາ​ວອນ​ລວມ ແລະ ການ​ພັດ​ທະ​ນາ​ກວມ​ລວມ​ຂອງ​ທັງ​ປະ​ຊາ​ຄົມ ອາ​ຊ​ຽນ ອີກ​ດ້ວຍ.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ - ອັງ​ກິດ ​ສະ​ເຫຼີມ​ສະ​ຫຼອງ 5 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສົນ​ທະ​ນາ​ເຈ​ລະ​ຈາ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ຄວາມ​ຫວັງ, ແງ່​ມູມ​ສັງ​ເກດ ແລະ ​ຂໍ້ສະ​ເໜີ​ແນະ​ກ່​ຽວ​ກັບ​ແງ່​ຫວັງ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ ອາ​ຊຽນ - ອັງ​ກິດ, ໃນ​ນັ້ນ​ມີ​ການ​ເພີ່ມ​ທະ​ວີ​ການ​ໂອ​້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ, ເປີດກວ້າງ​ການ​ຮ່ວມ​ມື, ຄົ້ນ​ຄວ້າ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ໄຫວ​ພິບ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນຢູ່​ພາກ​ພື້ນ.


top