ຂ່າວສານ

ຫວຽດນາມ - ໂປໂລຍ ຕ້ອງຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 6 ຕື້ໂດລາສະຫະລັດ ໂດຍໄວ

ຕອນ​ບ່າຍ​ວັນ​ທີ 26 ຕຸ​ລາ​, ຢູ່​ຮ່າ​ໂນ້ຍ​, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ ທ່ານ Donald Tusk, ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ປັບ​ປຸງ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ ເມືອງ​, ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ​ເປັນ​ປະ​ຈຳ ໃນ​ທຸກ​ຊ່ອງ​ພັກ​, ລັດ​, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​.
ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Donald Tusk, ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ (ພາບ: VNA)

ກ່ຽວ​ກັບ​ເສດ​ຖະ​ກິດ​, ການ​ຄ້າ ແລະ ການ​ລົງ​ທຶນ​, ທ່ານ ໂຕ​ເລີມ​, ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ ການ​ຮ່ວມ​ມື​, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 6 ຕື້​ໂດລາ​ສະ​ຫະ​ລັດ ຕາມ​ທິດ​ດຸນ​ດຽງ​, ໝັ້ນ​ຄົງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​; ສົ່ງ​ເສີມ ໂປ​ໂລຍ ກາຍ​ເປັນ​ນັກ​ລົງ​ທຶນ​ແຖວ​ໜ້າ​ຂອງ​ເຂດ ເອີ​ລົບ​ກາງ​, ເອີ​ລົບ ຕາ​ເວັນ​ອອກ ຢູ່ ຫວຽດ​ນາມ​. ຫວຽດ​ນາມ ກຽມ​ພ້ອມ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ໂປ​ໂລຍ ເປີດ​ກ້ວາງ​ການ​ລົງ​ທຶນ​, ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່ ຫວຽດ​ນາມ​, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ ໂປ​ໂລຍ ມີ​ທ່າ​ແຮງ​.

​ທ່ານ ໂຕ​ເລີມ​ ກໍ່​ສະ​ເໜີ​ສອງ​ຝ່າຍ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ ທ່າ​ກຳ​່​ປັ່ນ​, logistics ການ​ເດີນ​ເຮືອ​ບົນ​ທະ​ເລ​, ການ​ຕໍ່​ກຳ​່​ປັ່ນ​... ທ່ານ ໂຕ​ເລີມ ເນັ້ນ​ໜັກ​ວ່າ​ສອງ​ຝ່າຍ​ຄວນ​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ແລະ ປ່ຽນ​ໃໝ່​ນະ​ວັດ​ຕະ​ກຳ​, ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​, ຄື​: ປັນ​ຍາ​ປະ​ດິດ​, ເຕັກ​ໂນ​ໂລ​ຊີ ດີ​ຈີ​ຕອນ​, ຄວາມ​ໝັ້ນ​ຄົງ​ທາງ​​ອິນ​ເຕີ​ເນັດ​; ສະ​ເໜີ ໂປ​ໂລຍ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສະ​ໜອງ​ທຶນ​ສຶກ​ສາ​ໃຫ້​ນັກ​ສຶກ​ສາ​, ນັກ​ຄົ້ນ​ຄ້ວາ ຫວຽດ​ນາມ​.

​ສ່ວຍ​ທ່ານ Donald Tusk, ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຢັ້ງ​ຢືນ​ວ່າ​ລັດ​ຖະ​ບານ ໂປ​ໂລຍ ຈະ​ສົມ​ທົບ​​ກັບ​ຝ່າຍ ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​, ພິ​ເສດ​ໃນ​ຂົງ​ເຂດ​ມີ​​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ ແລະ ມີ​ຄວາມ​ສາ​ມາດ​ສ້າງ​ບຸກ​ທະ​ລຸ​ຄື​: ເສດ​ຖະ​ກິດ - ການ​ຄ້າ​, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ​, ການ​ຢາ​, ສາ​ທາ​ລະ​ນະ​ສຸກ​, ການ​ທ່ອງ​ທ່ຽວ ແລະ ປັນ​ຍາ​ປະ​ດິດ​.

ທ່ານ ເຈິ່ນ​ແທັງ​ເໝີນ​, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນຮັບທ່ານ Donald Tusk, ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ (ພາບ: VNA)

ແລະ ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ​, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ທີ່​ຮ່າ​ໂນ້ຍ​), ທີ່​ການ​ພົບ​ປະ​ກັບ ທ່ານ Donald Tusk, ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ​, ທ່ານ ເຈິ່ນ​ແທັງ​ເໝີນ​, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ ກັບ​ສະ​ພາ​ແຫ່ງ​ຊາດ ໂປ​ໂລຍ ຢ່າງ​ແຮງ​. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ສ້າງ​​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​, ດຳ​ເນີນ​ທຸ​ລະ​ກິດ​ສະ​ດວກ​, ໂປ່ງ​ໃສ​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ ແລະ ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ ຂອງ​ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ຍາວ​ນານ​ກັບ ໂປ​ໂລຍ​.

​ໃນ​ຕອນ​ຄຳ​່​ວັນ​ດຽວ​ກັນ​, ທ່ານ Donald Tusk, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ໂປ​ໂລຍ ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ​, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26 ຕຸ​ລາ​, ຕາມ​ຄຳ​ເຊີນ​ຂອງ​ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​.


top