ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ຈຸຍຕຸງອຸຍ)
ຫວຽດນາມ ຕີລາຄາສູງການພົວພັນກັບ FAO ໃນຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນການຊຸກຍູ້ການພັດທະນາດ້ານກະສິກຳ, ຊົນນະບົດ ແລະ ຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານແບບຍືນຍົງຢູ່ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ຈຸຍຕຸງອຸຍ, ທີ່ພວມຢ້ຽມຢາມ ຫວຽດນາມ ແຕ່ວັນທີ 05 – 08 ກຸມພາ.
ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ, ຍືນຍົງ, ອັດສະລິຍະ, ຍູ້ແຮງການຫັນເປັນດີຈີຕອນ… ຫວຽດນາມ ຈະຮ່ວມມືກັບ FAO ໃນບັນດາໂຄງການຮ່ວມມືສາກົນ, ຄື: ແບ່ງປັນບົດຮຽນກັບບັນດາປະເທດ ອາຟະລິກາ ໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານທີ່ດິນ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.
ສ່ວນທ່ານ ຈຸຍຕຸງອຸຍ ຢືນຢັນວ່າ, ຫວຽດນາມ ແມ່ນແບບຢ່າງໜຶ່ງ, ມີບັນດາຜົນງານ, ບົດຮຽນອັນລ້ຳຄ່າ ເຊິ່ງຫຼາຍປະເທດຢາກທາບທາມ; FAO ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນກະສິກຳແບບຍືນຍົງ, ສີຂຽວ.