ຂ່າວສານ ຫວຽດນາມ ແລະ ເມັກຊີໂກ ເພີ່ມທະວີການຮ່ວມມືດ້ານການເງິນ 17/02/2017 (ພາບປະກອບ) ຄະນະຜູ້ແທນການນຳກະຊວງການເງິນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ໂດຮວາງແອງຕ໋ວນ ນຳໜ້າ, ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ເມັກຊີໂກ ໃນລະຫວ່າງວັນທີ 12 – 14/02, ເພື່ອແນໃສ່ເພີ່ມທະວີການແລກປ່ຽນບົດຮຽນ, ການຮ່ວມມື 2 ຝ່າຍໃນຂົງເຂດການເງິນ. ທີ່ການເຮັດວຽກກັບທ່ານ Jose Antonio Meabe ລັດຖະມົນຕີກະຊວງການເງິນ ແລະ ສິນເຊື່ອສາທາລະນະ ເມັກຊີໂກ, 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງ 2 ກະຊວງ, ພິເສດແມ່ນຍູ້ໄວການເຈລະຈາ ເພື່ອກ້າວໄປເຖິງການເຊັນສັນຍາຮ່ວມມືດ້ານພາສີ ແລະ ສັນຍາຫຼີກລ້ຽງການເກັບພາສີຊ້ອນ. 2 ຝ່າຍເຫັນດີເປັນເອກະສັນ ໂດຍອີງໃສ່ບັນດາໝາກຜົນແຫ່ງການເຈລະຈາກ່ຽວກັບພາສີ ໃນພາກໜຶ່ງທີ່ກ່ຽວຂ້ອງໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ເປັນພື້ນຖານເພື່ອລົງນາມໃນສັນຍາຮ່ວມມືດ້ານພາສີ 2 ຝ່າຍ. ກ່ອນໜ້ານັ້ນ ທ່ານຮອງລັດຖະມົນຕີ ໂດຮ່ວາງແອງຕ໋ວນ ແລະ ບັນດາສະມາຊິກໃນຄະນະໄດ້ເຮັດວຽກກັບທ່ານ Osvaldo Santin ຜູ້ອຳນວຍການອົງການຄຸ້ມຄອງພາສີ ເມັກຊີໂກ ແລະ ທ່ານ Miguel Messmacher ຮອງລັດຖະມົນຕີຮັບຜິດຊອບແຫຼ່ງລາຍຮັບກະຊວງການເງິນ ແລະ ສິນເຊື່ອສາທາລະນະ ເມັກຊີໂກ. (ແຫຼ່ງຄັດຈາກ VOV)

(ພາບປະກອບ) ຄະນະຜູ້ແທນການນຳກະຊວງການເງິນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ໂດຮວາງແອງຕ໋ວນ ນຳໜ້າ, ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ເມັກຊີໂກ ໃນລະຫວ່າງວັນທີ 12 – 14/02, ເພື່ອແນໃສ່ເພີ່ມທະວີການແລກປ່ຽນບົດຮຽນ, ການຮ່ວມມື 2 ຝ່າຍໃນຂົງເຂດການເງິນ. ທີ່ການເຮັດວຽກກັບທ່ານ Jose Antonio Meabe ລັດຖະມົນຕີກະຊວງການເງິນ ແລະ ສິນເຊື່ອສາທາລະນະ ເມັກຊີໂກ, 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງ 2 ກະຊວງ, ພິເສດແມ່ນຍູ້ໄວການເຈລະຈາ ເພື່ອກ້າວໄປເຖິງການເຊັນສັນຍາຮ່ວມມືດ້ານພາສີ ແລະ ສັນຍາຫຼີກລ້ຽງການເກັບພາສີຊ້ອນ. 2 ຝ່າຍເຫັນດີເປັນເອກະສັນ ໂດຍອີງໃສ່ບັນດາໝາກຜົນແຫ່ງການເຈລະຈາກ່ຽວກັບພາສີ ໃນພາກໜຶ່ງທີ່ກ່ຽວຂ້ອງໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ເປັນພື້ນຖານເພື່ອລົງນາມໃນສັນຍາຮ່ວມມືດ້ານພາສີ 2 ຝ່າຍ. ກ່ອນໜ້ານັ້ນ ທ່ານຮອງລັດຖະມົນຕີ ໂດຮ່ວາງແອງຕ໋ວນ ແລະ ບັນດາສະມາຊິກໃນຄະນະໄດ້ເຮັດວຽກກັບທ່ານ Osvaldo Santin ຜູ້ອຳນວຍການອົງການຄຸ້ມຄອງພາສີ ເມັກຊີໂກ ແລະ ທ່ານ Miguel Messmacher ຮອງລັດຖະມົນຕີຮັບຜິດຊອບແຫຼ່ງລາຍຮັບກະຊວງການເງິນ ແລະ ສິນເຊື່ອສາທາລະນະ ເມັກຊີໂກ. (ແຫຼ່ງຄັດຈາກ VOV)