ຂ່າວສານ

ຫວຽດນາມ ແລະ ຮຸງກາຣີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ

ສອງຝ່າຍໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ສືບຕໍ່ມີບາດກ້າວພັດທະນາໃໝ່ ເຖິງວ່າຈະຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19.

ສອງຝ່າຍໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ສືບຕໍ່ມີບາດກ້າວພັດທະນາໃໝ່ ເຖິງວ່າຈະຖືກຜົນສະທ້ອນຈາກໂລກລະບາດໂຄວິດ  -19.

ວັນທີ 27 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ຮຸງກາຣີ László Kovér ໄດ້ດຳເນີນການພົບປະເຈລະຈາ, ແລກປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງ ກ່ຽວກັບຫຼາຍບັນຫາໃນການພົວພັນລະຫວ່າງ ຫວຽດນາມ - ຮຸງກາຣີ ເຊິ່ງເສົາຄ້ຳສຳຄັນແມ່ນການຮ່ວມມືລັດຖະສະພາ ແລະ ການຮ່ວມມືສອງຝ່າຍຢູ່ບັນດາກົນໄກສາກົນ, ພາກພື້ນ.

   

ການພົບປະເຈລະຈາລະຫວ່າງປະທານສະພາແຫ່ງຊາດ ຫວຽດນາມ - ຮຸງກາຣີ

ສອງຝ່າຍໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ສືບຕໍ່ມີບາດກ້າວພັດທະນາໃໝ່ ເຖິງວ່າຈະຖືກຜົນສະທ້ອນຈາກໂລກລະບາດໂຄວິດ  -19. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຂອບອົກຂອບໃຈສະພາແຫ່ງຊາດ, ລັດຖະບານ ຮຸງກາຣີ ທີ່ໄດ້ຕັ້ງໜ້າສະໜັບສະໜູນການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ພິເສດ, ຮຸງກາຣີ ແມ່ນປະເທດສະມາຊິກ ອີຢູ ທຳອິດທີ່ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA), ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດເປີດກ້ວາງການຮ່ວມມື, ຫວຽດນາມ ກຽມພ້ອມແມ່ນຂົວເຊື່ອມຕໍ່ລະຫວ່າງ ຮຸງກາຣີ ກັບບັນດາປະເທດ ອາຊຽນ ແລະ ພາກພື້ນ.

        ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

        “ຂ້າພະເຈົ້າ ແລະ ທ່ານປະທານສະພາແຫ່ງຊາດ ໄດ້ດຳເນີນການພົບປະເຈລະຈາບັນລຸຜົນສຳເລັດ, ບໍ່ພຽງແຕ່ຍ້ອນການພົວພັນລະຫວ່າງລັດຖະສະພາສອງປະເທດເທົ່ານັ້ນ ຫາກຍັງມີຫຼາຍທິດທາງຮ່ວມມືເພື່ອພັດທະນາ ແລະ ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງອີກດ້ວຍ. ພ້ອມກັບການຊຸກຍູ້, ສ້າງການພົວພັນທາງດ້ານການເມືອງ, ການທູດໃຫ້ດີງາມກ່ວາອີກ, ພວກຂ້າພະເຈົ້າກໍ່ເຫັນດີເປັນເອກະພາບສູງລະຫວ່າງສະພາແຫ່ງຊາດສອງປະເທດ ສືບຕໍ່ຊຸກຍູ້ລັດຖະບານກໍ່ຄືການຮ່ວມມືຂອງສະພາແຫ່ງຊາດ ເພື່ອຍົກສູງປະສິດທິຜົນແຫ່ງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືກ່ຽວກັບດ້ານການສຶກສາບຳລຸງສ້າງ, ຮ່ວມມືກ່ຽວກັບແຮງງານ, ວິທະຍາສາດເຕັກໂນໂລຊີ, ກໍ່ຄືຂົງເຂດຮ່ວມມືອື່ນໆເຊິ່ງ ຫວຽດນາມ ແລະ ຮຸງກາຣີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.”

(ແຫຼ່ງຄັດຈາກ VOV)


top