ຂ່າວສານ

ຫວຽດນາມ ແລະ ລາວ ຍາມໃດກໍ່ຮ່ວມເດີນທາງໃນທຸກໄລຍະປະຫວັດສາດຂອງ 2 ປະເທດ

ທ່ານເອກອັກຄະລັດຖະທູດ ຫງວຽນມິນເຕິມ ໄດ້ສົ່ງໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ.
  (ທ່ານ ຟ້າມມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄປສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ, ອວຍພອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 71 ປີ)  
ຕອນບ່າຍວັນທີ 20 ມີນາ, ທ່ານ ຟ້າມມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລະ ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ອ້ອມຂ້າງສະຖານທູດ ໄດ້ໄປສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ, ອວຍພອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 71 ປີ (22 ມີນາ 1955 – 22 ມີນາ 2026). ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນມິນເຕິມ ໄດ້ສົ່ງໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ. ທ່ານເອກອັກຄະລັດຖະທູດ ຫງວຽນມິນເຕິມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບ ພັກປະຊາຊົນປະຕິວັດ ລາວ ໃນວິວັດການນຳພາສ້າງສາປະເທດ ລາວ ແຫ່ງສັນຕິພາບ, ເອກະລາດ, ເອກພາບ ແລະ ວັດທະນາຖາວອນ. ສ່ວນທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ຢຶນຢັນວ່າ ບັນດາຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ຍາດໄດ້ນັ້ນ ລ້ວນແຕ່ມີການໜູນຊ່ວຍຈາກ ຫວຽດນາມ ຢ່າງສຸດອົກສຸດໃຈ, ມີປະສິດທິຜົນ, ທັນການ.

top