ຂ່າວສານ

ຫວຽດນາມ ແລະ ຝຣັ່ງ ເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ

ໃນຂອບເຂດຢ້ຽມຢາມ ແລະ ເຮັດວຽກຢູ່ ຝຣັ່ງ ແຕ່ວັນທີ 26 – 28 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ເຮັດວຽກກັບທ່ານ Francois de Rugy ລັດຖະມົນຕີກະຊວງສິ່ງແວດລ້ອມ, ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານສະພາສູງ Philippe Dallier ແລະ ຕ້ອນຮັບບາງກຸ່ມບໍລິສັດ, ວິສາຫະກິດ ຝຣັ່ງ.

(ພາບປະກອບ) 
ທີ່ບັນດາການພົບປະ, 2 ຝ່າຍໄດ້ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ພັດທະນາຢ່າງແຂງແຮງໃນຊຸມປີຜ່ານມາ, ພິເສດໃນປີ 2018 ເມື່ອ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນເຊັນສັນຍາຄູ່ຮ່ວມມືຍຸດທະສາດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ແລະ ບັນດາການນຳ ຝຣັ່ງ ລ້ວນແຕ່ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ປາດຖະໜາຢາກໃຫ້ ຝຣັ່ງ ມີສຽງເວົ້າຢ່າງແຮງເພື່ອສະໜັບສະໜູນການແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີໃຫ້ດີກ່ວາອີກ.
ແຫຼ່ງຄັດຈາກ VOV)

top