ຂ່າວສານ

ຫວຽດນາມ ແລະ ປອກຕຸຍການ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ

  (ທີ່ການຕ້ອນຮັບ)  

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ປອກຕຸຍການ, ສະມາຊິກທີ່ຕັ້ງໜ້າຂອງ ສະຫະພາບເອີລົບ (ອີຢູ) ເລິກເຊິ່ງຂຶ້ນຕື່ມ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການຕ້ອຮັບທ່ານ Paulo Rangel, ລັດຖະມົນຕີການຕ່າງປະເທດ ປອກຕຸຍການ ທີ່ພວມມີການຢ້ຽມຢາມ ຫວຽດນາມ ໃນຕອນບ່າຍວັນທີ 27 ກຸມພາ.

ບົນພື້ນຖານການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມືທີ່ຍັງໃຫຍ່ຫຼວງຢູ່ນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຍົກລະດັບການພົວພັນ 2 ປະເທດຕາມທິດແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບສະພາບການໃໝ່. ທ່ານກໍ່ສະເໜີເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດ ຄື: ພະລັງງານທົດແທນ, ການເດີນທະເລ, ທ່າກຳປັ່ນ, ການຫັນເປັນດີຈີຕອນ…

ສ່ວນທ່ານລັດຖະມົນຕີ Paulo Rangel ກໍ່ໄດ້ເຫັນດີເປັນຢ່າງສູງຕໍ່ບັນດາການກຳນົດທິດຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.


top