2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ)
ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຂໍ້ມູນໂດຍທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການໂອ້ລົມສົນທະນາຂັ້ນສູງທີ່ຈັດຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Sofia (ບຸນກາຣີ), ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ບຸນກາຣີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, 2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ, ກຳນົດບັນດາຮູບແບບຮ່ວມມືໃໝ່ເຊິ່ງທັງ 2 ປະເທດມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການ. 2 ຝ່າຍກໍ່ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ທັງ 2 ປະເທດຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
“ບົນພື້ນຖານບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງຜົນງານອັນໃຫຍ່ຫຼວງໃນການພົວພັນ ຫວຽດນາມ ແລະ ບຸນກາຣີ, ພາຍຫຼັງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພວກຂ້າພະເຈົ້າໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຸນກາຣີ. ນີ້ແມ່ນຂີດໝາຍສຳຄັນ, ສ້າງພື້ນຖານເພື່ອນຳການພົວພັນ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ”.