ຂ່າວສານ

ຫວຽດນາມ ແລະ ບັງກະລາເທດ ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ວົງເງິນການຄ້າ 2 ສົ້ນຍາມໃດກໍ່ບັນລຸກວ່າ 1,1 ຕື້ USD ແລະ 2 ປະເທດພວມສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 2 ຕື້ USD ໃນຊຸມປີຈະມາເຖິງ.
  ທີ່ເວທີປາໄສ (ພາບ: VNA) ວັນ​ທີ 19 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ Dhaka ຂອງ ບັງ​ກະ​ລາ​ເທດ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ   

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ Dhaka ຂອງ ບັງ​ກະ​ລາ​ເທດ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ສົມ​ທ​ົບ​ກັບ​ສະ​ຖານ​ທູດ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ບັງ​ກະ​ລາ​ເທດ ຈັດ​ເວ​ທີ​ປາ​ໄສ​ແລກ​ປ່ຽນ​ການ​ຄ້າ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ບັງ​ກະ​ລາ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ຫງວຽນ​ແມ້ງ​ເກື່ອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ບັງ​ກະ​ລາ​ເທດ ໃຫ້​ຮູ້​ວ່າ ວົງ​ເງິນ​ການ​ຄ້າ 2 ສົ້ນ​ຍາມ​ໃດ​ກໍ່​ບັນ​ລຸກວ່າ 1,1 ຕື້ USD ແລະ 2 ປະ​ເທດ​ພວມ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເຖິງ 2 ຕື້ USD ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ທ່ານກໍ່​ສະ​ເໜີ​ໃຫ້​ວິ​ສາ​ຫະ​ກິດ ຫວຽ​ດ​ນາມ ​ມີ​ຄວາມສົ​ນ​ໃຈ​ຊອກ​ຫາ ແລະ ເປີດກວ້າງ​ການ​ນຳ​ເຂົ້າ​ບັນ​ດາ​ສິນ​ຄ້າ​​ທີ່ມີ​ທ່າ​ແຮງ​ຂອງ ບັງ​ກະ​ລາ​ເທດ ເພື່ອ​ແນ​ໃສ່​ຫຼຸ​ດ​ຜ່ອນ​ການ​ຂາດ​ດຸ​ນ​ການ​ຄ້າ ແລະ ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຄ້າ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ມີ​ຄວາມ​ດຸ່ນ​ດ່ຽງ, ຍືນ​ຍົງ​ກວ່າ.

ບັນ​ດາ​ການ​ເຄື່ອນ​ໄຫວ​ເຮັດ​ວຽກ 2 ຝ່າຍ ແລະ ເຊື່ອມ​ຕໍ່​ຕາມ​ຂະ​ແໜງ​ສິນ​ຄ້າ​ ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ວັນ​ທີ 19 – 20 ພຶດ​ສະ​ພາ ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ 2 ປະ​ເທດ​ແລກ​ປ່ຽນ ແລະ ຊອກ​ຫາ​ໂອ​ກາດ​ຮ່ວມ​ມື.


top