ລັດຖະມົນຕີ 2 ທ່ານໄດ້ລົງນາມໃນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2030, ເຫັນດີຕ້ອງສືບຕໍ່ຮັກສາທ່າພັດທະນາການພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Winston Peters, ລັດຖະມົນຕີການຕ່າງປະເທດ ນິວຊີແລນ (ພາບ: baoquocte.vn)
ວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Winston Peters, ລັດຖະມົນຕີການຕ່າງປະເທດ ນິວຊີແລນ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 3 (FMM-3).
ທີ່ກອງປະຊຸມ, ລັດຖະມົນຕີ 2 ທ່ານໄດ້ລົງນາມໃນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2030, ເຫັນດີຕ້ອງສືບຕໍ່ຮັກສາທ່າພັດທະນາການພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກ 2 ຝ່າຍ ແລະ ສົມທົບກັນຜັນຂະຫຍາຍໂຄງການກະທຳທີ່ຫາກໍ່ລົງນາມໃຫ້ເປັນຢ່າງດີ. 2 ຝ່າຍກໍ່ເນັ້ນໜັກເຖິງລັກສະນະເພີ່ມເຕີມໃຫ້ແກ່ກັນຂອງ 2 ພື້ນຖານເສດຖະກິດ, ຢືນຢັນການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ ທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 3 ຕື້ USD ໃນປີ 2026.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ນິວຊີແລນ ກໍ່ໄດ້ສົ່ງຈົດໝາຍທາງການແຈ້ງກ່ຽວກັບບ້ວງເງິນອຸປະຖຳທີ່ມີມູນຄ່າກວ່າ 1,7 ລ້ານ USD ຂອງລັດຖະບານ ນິວຊີແລນ ໃຫ້ແກ່ ຫວຽດນາມ ເພື່ອແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມ.