ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຟີລິບປິນ, ວັນທີ 22 ກໍລະກົດ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ.

ທີ່ການພົບປະ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ຜັນຂະຫຍາຍບັນດາຄວາມຮັບຮູ້ລວມສຳຄັນຂອງການນຳຂັ້ນສູງສຸດຂອງ 2 ພັກ, 2 ລັດຢ່າງເຂັ້ມງວດ, ມີປະສິດທິຜົນ; ເສີມຂະຫຍາຍບົດບາດກຳນົດທິດຍຸດທະສາດຂອງການແລກປ່ຽນຂັ້ນສູງ; ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃຫ້ນັບມື້ນັບແທດຈິງ, ເລິກເຊິ່ງ. ລັດຖະມົນຕີ 2 ທ່ານກໍ່ເຫັນດີເພີ່ມທະວີການເຊື່ອມຕໍ່ຍຸດທະສາດພັດທະນາ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ບຳລຸງສ້າງ ແລະ ການພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການຮ່ວມມືຕາມທິດດຸ່ນດ່ຽງ, ຍືນຍົງ, ກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຈີນ ວາງອີ ໄດ້ສົ່ງຄຳເຊື້ອເຊີນການນຳ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2026 ຢູ່ ຈີນ.