ທ່ານສະເໜີໃຫ້ກອງທຶນ ສືບຕໍ່ໜູນຊ່ວຍແຫຼ່ງທຶນ ແລະ ສືບຕໍ່ລົງທຶນຢູ່ ຫວຽດນາມ ດ້ວຍຂອບຂະໜາດໃຫ່ຍກ່ວາ, ກ້ວາງຂວາງກ່ວາ, ນຳໃຊ້ຢ່າງມີປະສິດທິຜົນກ່ວາ.
ຕອນເຊົ້າວັນທີ 18 ເມສາ, ຢູ່ສຳນັກງານລັດຖະບານທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Jeffrey David Perlman, ຜູ້ອຳນວຍການໃຫ່ຍຝ່າຍບໍລິຫານກອງທຶນລົງທຶນ Warburg Pincus (ອາເມລິກາ) ຊື່ງແມ່ນໜຶ່ງໃນບັນດາດາກອງທຶນລົງທຶນອັນດັບໜຶ່ງໃນໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືດຳເນີນທຸລະກິດ ທີ່ມີປະສິດທິຜົນຂອງກອງທຶນ ສຳລັບຄູ່ຮ່ວມມື ຫວຽດນາມ, ໃນນັ້ນ ມີວິສາຫາກິດພາກລັດ ແລະ ເອກະຊົນ. ທ່ານສະເໜີໃຫ້ກອງທຶນ ສືບຕໍ່ໜູນຊ່ວຍແຫຼ່ງທຶນ ແລະ ສືບຕໍ່ລົງທຶນຢູ່ ຫວຽດນາມ ດ້ວຍຂອບຂະໜາດໃຫ່ຍກ່ວາ, ກ້ວາງຂວາງກ່ວາ, ນຳໃຊ້ຢ່າງມີປະສິດທິຜົນກ່ວາ.
ສ່ວນທ່ານຢູ້ອຳນວຍການໃຫ່ຍຝ່າຍບໍລິຫານກອງທຶນລົງທຶນ Warburg Pincus ໄດ້ຢືນຢັນວ່າ ຫວຽດນາມ ແມ່ນ 1 ໃນຈຳນວນ 5 ຕະຫຼາດສຳຄັນທີ່ສຸດຂອງກອງທຶນລົງທຶນ. ຕາມທ່ານແລ້ວ, ບັນດາວິສາຫະກິດ ອາເມລິກາ ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືໜ້າໄວ້ວາງໃຈ ແລະ ເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນ, ແງ່ຫວັງອັນຍາວນານຂອງ ຫວຽດນາມ. ກອງທຶນ Warburg Pincus ຍາມໃດກໍ່ຈະໃຫ້ຄຳປຶກສາ, ສະໜັບສະໜູນຍົກອອກມາດຕະການພ້ອມກັນມີຜົນປະໂຫຍດ ກ່ຽວກັບດ້ານພາສີອາກອນລະຫວ່າງສອງປະເທດ ຫວຽດນາມ-ອາເມລິກາ; ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນ ຫວຽດນາມ-ອາເມລິກາ.