ຂ່າວສານ

ຫວຽດນາມ - ແດນມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ອອກຖະແຫຼງການຮ່ວມ

ວັນ​ທີ 20 ຕຸ​ລາ​, ທີ່​ການພົບປະ​ເຈລະ​ຈາ​ຢູ່​ນະ​ຄອນ​ຫຼວງ Copenhagen, ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ ແຕ່​ວັນ​ທີ 19 - 21 ຕຸ​ລາ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ Mette Frederiksen, ນາ​ຍົກ​ລັດ​ຖະ​ມົນ​ຕີ ແດນ​ມາກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ແດນ​ມາກ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.
ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ Mette Frederiksen ທີ່ການພົບປະເຈລະຈາ. (ພາບ: VNA)

ດ້ວຍ​ໝາກ​ຜົນ​ນີ້​, ແດນ​ມາກ ແມ່ນ​ປະ​ເທດ​ທີ​ສອງ​ໃນ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ​) ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ຫວຽດ​ນາມ​, ຖັດ​ຈາກ ຝລັ່ງ​.

​ໃນ​ຖະ​ແຫຼງ​ການ​ຮ່ວມ ໄດ້​ເນັ້ນ​ໜັກ​ວ່າ​: ສອງ​ຝ່າຍ​ຢັ້ງ​ຢືນ​ຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈລວ​ມ ຊຸກ​ຍູ້​ການ​ຄ້າ​, ການ​ລົງ​ທຶນ​ສອງ​ຝ່າຍ ແລະ ແກ້​ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ ເພື່ອ​ແນ​ໃສ່​ເພີ່ມ​ວົງ​ເງິນ​ການ​ຄ້າ ແລະ ເງິນ​ລົງ​ທຶນ​ຢູ່ ຫວຽດ​ນາມ ແລະ ແດນ​ມາກ​; ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົກ​ປ້ອງ ແລະ ຊຸກ​ຍູ້​ລະ​ບົບ​ການ​ຄ້າ​ສາ​ກົນ​ເປີດ​, ໂດຍ​ອີງ​ໃສ່​ກົດ​ໝາຍ​, ພ້ອມ​ກັບ​ອົງ​ການ​ການ​ຄ້າ (WTO) ຮັກ​ສາ​ບົດ​ບາດ​ໃຈ​ກາງ​, ແລະ ຊຸກ​ຍູ້​ບັນ​ດາ​ລະ​ບົບ​ມູນ​ຄ່າຢ່າງ​ມີ​ປະ​ສິດ​ທິ​ຜົນ​, ພ້ອມ​ນັ້ນ​ ກໍ່ຮັບ​ປະ​ກັນການປັບປຸງ​ຄວາມອາດ​ສາ​ມາດເຂົ້າເຖິງ​ຕະ​ຫຼາດ ເໝາະ​ສົມ​ກັບ​ສັນ​ຍາ​ການ​ຄ້າ​ເສລີ ຫວຽດ​ນາມ - ອີ​ຢູ (EVFTA) ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ສະ​ຫະ​ພາບ ເອີ​ລົບ ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ ປະ​ຊີ​ຟິກ (CPTPP).

ສອງ​ຝ່າຍ​ຊົມ​ເຊີຍ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສລີ ຫວຽດ​ນາມ - ອີ​ຢູ (EVFTA) ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ຊຸກ​ຍູ້​ບັນ​ດາ​ສະ​ມາ​ຊິກ ອີ​ຢູ ທີ່ຍັງ​ເຫຼືອ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - ອີ​ຢູ (EVIPA), ຜ່ານ​ນັ້ນ ກໍ່​ສືບ​ຕໍ່​ໜູນ​ຊ່ວຍ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ (ຕາມ​ເວລາ​ທ້ອງ​ຖິ່ນ​), ທີ່ນະ​ຄອນ​ຫຼວງ Copenhagen, ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ​ ໄດ້​ພົບ​ປະ​ຜູ້​ຕາງ​ໜ້າ ສະ​ມາ​ຄົມ​ມິດ​ຕະ​ພາບ ແດນ​ມາກ - ຫວຽດ​ນາມ​, ພົບ​ປະ​ກັບ​ພະ​ນັກ​ງານ​, ລັດ​ຖະ​ກອນ ສະ​ຖານ​ທູດ ຫວຽດ​ນາມ ແລະ ປະ​ຊາ​ຄົມ ຊາວ ຫວຽດ​ນາມ ຢູ່ ​ແດນ​ມາກ​, ອຽກ​ລັງ ແລະ ພາກ​ໃຕ້ ຊູ​ແອດ​; ຢ້ຽມ​ຢາມ ຫໍ​ພິ​ພິ​ທະ​ພັນ ສີ​ລະ​ປະ Glyptotek, ເຂົ້າ​ຮ່ວມ​ຊົມລາຍ​ການ​ດົນ​ຕີປະ​ສານ​ສຽງມິດ​ຕະ​ພາບ ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ແດນ​ມາກ (1971 – 2026).


top