ຂ່າວສານ

ຫວຽດນາມ ເໜັ້ນໜັກຄຸນຄ່າ ແລະ ຫຼັກການກົດບັດສະຫະປະຊາຊາດ ແມ່ນພື້ນຖານຂອງກົດໝາຍສາກົນ

ທ່ານນາງ ເລທິມິງທົວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຜູ້ປະຈຳການຄະນະຜູ້ແທນ ຫວຽດນາມ ທີ່ສະຫະປະຊາຊາດ, ໄດ້ຢັ້ງຢືນວ່າບັນດາຄຸນຄ່າ, ຈຸດປະສົງ ແລະ ຫຼັກການຂອງກົດບັດ ໄດ້ກາຍເປັນພື້ນຖານສຳຄັນຂອງກົດໝາຍສາກົນ.
ກອງປະຊຸມຈັດຂຶ້ນໃນວັນທີ 20 ກຸມພາ

ກອງປະຊຸມບັດສາມັນຂອງ ຄະນະກຳມະການພິເສດ ກ່ຽວກັບກົດບັດສະຫະປະຊາຊາດ ໄດ້ໄຂຂຶ້ນໃນວັນທີ 20 ກຸມພາ ແລະ ຈະດຳເນີນຮອດວັນທີ 28 ກຸມພາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກເກືອບ 90 ປະເທດສະມາຊິກ ແລະ ຈາກຫຼາຍອົງການຈັດຕັ້ງສາກົນ. ວາລະກອງປະຊຸມໃນປີນີ້ ສຸມໃສ່ປຶກສາຫາລືກ່ຽວກັບບົດບາດຂອງກົດບັດສະຫະປະຊາຊາດ ໃນວຽກງານຮັກສາສັນຕິພາບ ແລະ ຄວາມສະຫງົບສາກົນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ກໍ່ຄືຕົວຈິງການນຳໃຊ້ມາດຕະການຄົນກາງໃນການໄກ່ເກ່ຍຂໍ້ຂັດແຍ້ງ.

ກ່າວຄຳເຫັນຕໍ່ທີ່ປະຊຸມ, ທ່ານນາງ ເລທິມິງທົວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຜູ້ປະຈຳການຄະນະຜູ້ແທນ ຫວຽດນາມ ທີ່ສະຫະປະຊາຊາດ, ໄດ້ຢັ້ງຢືນວ່າບັນດາຄຸນຄ່າ, ຈຸດປະສົງ ແລະ ຫຼັກການຂອງກົດບັດ ໄດ້ກາຍເປັນພື້ນຖານສຳຄັນຂອງກົດໝາຍສາກົນ. ກໍ່ກ່ຽວພັນກັບບັນດາວິທີການລົງໂທດ, ຕາງໜ້າ ຫວຽດນາມ ເໜັ້ກໜັກວ່າ ບັນດາວິທີການດັ່ງກ່າວ ບໍ່ຊ່ວຍຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ; ຄວນຈະເປັນພຽງວິທີການສຸດທ້າຍ ແລະ ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ບັນດາຫຼັກການຂອງກົດໝາຍສາກົນເທົ່ານັ້ນ. ຜູ້ຕາໜ້າ ຫວຽດນາມ ຮຽກຮ້ອງບັນດາຄະນະກຳມະການ ກ່ຽວກັບການລົງໂທດ ແລະ ຊ່ຽວຊານ ພິຈາລະນາ, ຕີລາຄາຜົນກະທົບ ຕໍ່ບັນດາການເຄື່ອນໄຫວທຸລະກິດ ແລະ ການລ້ຽງຊີບຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມຄົນທີ່ ໄດ້ຮັບຜົນກະທົບງ່າຍ.   

ກ່ຽວກັບບັນດາວິທີການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຍົກສູງຫຼັກການພື້ນຖານນີ້ຂອງກົດໝາຍສາກົນ.


top