ຄະນະກໍ່ນຳເຂົ້າວັດຖຸ, ສິນຄ້າປະມານ 88 ໂຕນ, ໃນນັ້ນມີອາຫານແຫ້ງ 50 ໂຕນ, ຕູບ 1.600 ອັນ ແລະ ເຄື່ອງກະຈ່າຍໄຟຟ້າ 15 ອັນ.
ຕອນຄ່ຳວັນທຮີ 28 ມິຖຸນາ, ຮຸ່ງເຊົ້າວັນທີ 29 ມິຖຸນາ, ພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ຫວຽດນາມ ໄດ້ເດີນທາງໄປ ເວເນຊູເອລາ ເຂົ້າຮ່ວມການຊອກຫາ, ກູ້ໄພກູ້ຊີບ, ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ.
ນາຍ ແລະ ພົນທະຫານເປັນມືອາຊີບຂອງກອງທັບປະຊາຊົນ ຫວຽດນາມ 82 ຄົນ ໂດຍທ່ານພົນຈັດຕະວາ ຟ້າມວັນຕິ, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກົມໃຫຍ່ເສນາທິການ), ເປັນຫົວໜ້າຄະນະ. ພ້ອມກັນນັ້ນ, ຄະນະກໍ່ນຳເຂົ້າວັດຖຸ, ສິນຄ້າປະມານ 88 ໂຕນ, ໃນນັ້ນມີອາຫານແຫ້ງ 50 ໂຕນ, ຕູບ 1.600 ອັນ ແລະ ເຄື່ອງກະຈ່າຍໄຟຟ້າ 15 ອັນ. ໄລຍະປະຕິບັດໜ້າທີ່ໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດແມ່ນ 15 ວັນ.
ດ້ວຍປະສົບການຕົວຈິງຫຼາຍຢ່າງ, ທ່ານພົນຈັດຕະວາ ຟ້າມວັນຕິ ໃຫ້ຮູ້ວ່າ:
“ມີໝາສະເພາະກິດປະຕິບັດວຽກງານຊອກຫາ, ກວດບັນດາຈຸດທີ່ມີຜູ້ປະສົບເຄາະຮ້າຍ ແລະ ຊາກສົບໃນຊາກຮັກພັງ. ພາຍຫຼັງພິທີມອບ - ຮັບໃຫ້ແກ່ກຳລັງຊ່າງແສງ ແລະ ບັນດາກຳລັງຢູ່ກັບທີ່ຈະປະຕິບັດການກູ້ໄພກູ້ຊີບ. ນຳໃຊ້ກຳລັງທະຫານຊ່າງແສງ, ບັນດາເຄື່ອງອຸປະກອນກວດກາທີ່ພວກຂ້າພະເຈົ້າໄດ້ນຳໃຊ້ໃນການກູ້ໄພກູ້ຊີບໃນເຫດແຜນດິນໄຫວຢູ່ ຕວັກກີ ແລະ ມຽນມາ ທີ່ບັນລຸປະສິດທິຜົນທີ່ສຸດ. ແລະຜັນຂະຫຍາຍການການກວດ, ປິນປົວ ແລະ ແຈກຍາຍຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ ກໍຄືບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ນັ້ນ”.
ໃນຂະນະນັ້ນ, ຕອນຄ່ຳວັນທີ 28 ມິຖຸນາ, ກອງກູ້ໄພກູ້ຊີບຂອງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ກໍ່ໄດ້ເດີນທາງໄປປະຕິບັດໜ້າທີ່ຢູ່ ເວລາຊູເອລາ ເຊັນດຽວກັນ.