ຂ່າວສານ

ຫວຽດນາມ ເປີດກວ້າງການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດຢູ່ Eurosatory

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ແນະນຳພື້ນຖານອຸດສາຫະກຳປ້ອງກັນຊາດຂອງ ຫວຽດນາມ ກັບບັນດາປະເທດ ແລະ ພົບປະແລກປ່ຽນການຮ່ຳຮຽນ, ແລກປຽນບົດຮຽນໃນວຽກງານຈັດຕັ້ງ
(ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄປຢ້ຽມຢາມເຂດວາງສະແດງອຸດສາຫະກຳປ້ອງກັນຊາດຂອງບັນດາປະເທດ)

ແຕ່​ວັນ​ທີ 15-19 ມິ​ຖຸ​ນາ, ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ອາ​ວຸດທະ​ຫານ​ບົກ Eurosatory 2026 ຢູ່ ຝ​ລັ່ງ, ຕາມ​ຄຳ​ເຊີນ​ຂອງ​ກະ​ຊວງກອງ​ທັບ ແລະ ​ນັກ​ຮົບເກົ່າ ຝ​ລັ່ງ. ງານ​ວາງ​ສະ​ແດງ​ປ​ີນີ້​ໄດ້​ເຕົ້າ​ໂຮມ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ທາງ​ການກວ່າ 300 ຄະ​ນະ ທີ່​ມາ​ຈາກເກືອບ 100 ປະ​ເທດ​ ແລະ ວິ​ສາ​ຫະ​ກິດ​ປ້ອງ​ກັນ​ຊາດ​ເກືອບ 2.000 ແຫ່ງ​ມາ​ຈາກ​ກວ່າ 60 ປ​ະ​ເທດ​ເຂົ້​າ​ຮ່ວມການ​ວາງ​ສະ​ແດງ.

ທີ່​ງານ​ວາງ​ສະ​ແດງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ແນ​ະ​ນຳ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ແລະ ​​ພົບ​ປະແລກ​ປ່ຽນ​ການ​ຮ່ຳ​ຮຽນ, ແລກ​ປຽນ​ບົດ​ຮຽນ​ໃນ​ວຽກ​ງານ​ຈັດ​ຕັ້ງ, ກະ​ກຽມ​ໃຫ້​ແກ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຄັ້ງ​ທີ 3 ​ທີ່​ຈະຈັດ​ຂຶ້​ນ​ໃນ​ເດືອນ ທັນ​ວາ 2026. ເມື່ອ​ໄປ​ຢ້ຽມ​ຢາມ​​ເຂດ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຂອງ​ບັນ​ດ​າ​ປະ​ເທດ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ເຈື່ອງ​ທັງ ໄດ້​ຊອກ​ຮູ້​ທ່າ​ອ່ຽງ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ອຸ​ປະ​ກອນ​ເຕັກ​ນິກ​ການ​ທະ​ຫານ, ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ຊາດ​ທີ່​ກ້າວ​ໜ້າ ແລະ ບັນ​ດາ​ມາດ​ຕະ​ການ​ນຳ​ໃຊ້​ຮັບ​ໃຊ້​ການ​ສູ້ຮົບ​ທີ່​ທັນ​ສະ​ໄໝ…; ພ້ອມ​ກັນ​ນັ້ນ, ກໍ່ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມມ​ື​ລະ​ຫວ່າງ Airbus, UNAC ແລະ ບັນ​ດາ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ໃຫຍ່​ຂອງ ຝ​ລັ່ງ ກັບ ຫວຽດ​ນາມ.

(ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ຢ້ຽ​ມ​ຢາມ​ຮ້ານ​ວາ​ງາ​ແດງ​ຂອງ Airbus)

ສ່ວນ​ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ເນັ້​ນ​ໜັກ​ວ່າ ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ, ຊອກ​ຫາ, ເປີດກວ້າງ, ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ​ອ​ຸ​ດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ຫວຽດ​ນາມ, ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈະ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ປ້ອງ​ກັນ​ຊາດ ຫວຽດ​ນາມ, ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ແລະ ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ.


top