ຂ່າວສານ

ຫວຽດນາມ ເປັນເຈົ້າພາບຈັດຕັ້ງເວທີປາໄສອະນາຄົດ ອາຊຽນ ປີ 2025 ຄັ້ງທີ 2

ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2 ຈະດຳເນີນໃນເວລາ 2 ວັນຄື:ວັນທີ 25 ແລະ 26 ກຸມພາ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 500 ຄົນ
ທີ່ການຖະແຫລງຂ່າວກ່ຽວກັບອະນາຄົດອາຊຽນ ປີ 2025. (ພາບ:Hoàng Vũ/qdnd.vn)

ດ້ວຍຫົວຂໍ້: “ສ້າງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະກວມລວມໃນໂລກທີ່ມີການຜັນແປ”, ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2 ຈະດຳເນີນໃນເວລາ 2 ວັນຄື:ວັນທີ 25 ແລະ 26 ກຸມພາ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 500 ຄົນ, ລວມມີ ການນຳຂັ້ນສູງບັນດາປະເທດ ອາຊຽນ ແລະຄູ່ຮ່ວມມື, ຜູ້ຊ່ຽວຊານ, ນັກຮຽນຮູ້ແຖວຫນ້າພາກພື້ນ ແລະ ສາກົນ; ເອກອັກຄະລັດຖະທູດ,ເຈົ້າຫນ້າທີ່ຂັ້ນສູງບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື, ບັນດາອົງການຈັດຕັ້ງສາກົນ, ຜູ້ຕາງຫນ້າວິສາຫະກິດ, ທ້ອງຖິ່ນ. ຄາດວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເປັນເຈົ້າພາບ ແລະກ່າວຄຳເຫັນກຳນົດທິດ,ເຂົ້າຮ່ວມບາງການເຄື່ອນໄຫວຢູ່ເວທີປາໄສ.

ກ່າວຄຳເຫັນທີ່ການຖະແຫລງຂ່າວສາກົນໃນຕອນບ່າຍວັນທີ 13 ກຸມພາຢູ່ ຮ່າໂນ້ຍ, ທ່ານ ຈິ້ງມິງແຫ້ງ, ຜູ້ຮັກສາການ ຫົວຫນ້າສະຖາບັນຄົ້ນຄ້ວາຍຸດທະສາດ, ສັງກັດສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

“ເວທີປາໄສເພື່ອແນໃສ່ສ້າງຊ່ອງແລກປ່ຽນ, ສະຫນອງແນວຄວາມຄິດ, ສະເຫນີຂໍ້ລິເລີ່ມ, ປະກອບສ່ວນສ້າງເສັ້ນທາງພັດທະນາ ແລະ ອະນາຄົດຂອງອາຊຽນ. ສຳລັບ ຫວຽດນາມ, ຂໍ້ລິເລີ່ມຈັດຕັ້ງເວທີປາໄສເປັນການສະແດງໃຫ້ເຫັນບົດບາດເປັນເຈົ້າການ,ຕັ້ງຫນ້າ ແລະ ຄວາມຮັບຜິດຊອບຂອງປະເທດສະມາຊິກ ທີ່ພວມມີກຳລັງແຮງ, ຖານະບົດບາດ ແລະ ອິດທິພົນຊື່ສຽງນັບມື້ນັບໃຫຍ່ໃນອາຊຽນ.”


top