ຂ່າວສານ

ຫວຽດນາມ ເປັນປະທານກອງປະຊຸມຄັ້ງທີ 395 ຂອງຄະນະກຳມະການໃຫ້ຄຳປຶກສາ UNESCAP

ຜູ້ຕາງໜ້າບັນດາປະເທດລ້ວນແຕ່ເຫັນດີນຳກັນວ່າ ເລື່ອງຮັບປະກັນສິດສຳຜັດຢ່າງສະເໝີພາບກັບວັກຊິນ, ຢຸກຢາ, ວິທີການປິ່ນປົວໂຄວິດ-19 ຢ່າງມີປະສິດທິຜົນແມ່ນແກ່ນສານໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ໃນປະຈຸບັນ.
ກອງປະຊຸມປະຈຳປີຄັ້ງທີ 395 ຂອງຄະນະກຳມະການໃຫ້ຄຳປຶກສາ UNESCAP. (ພາບ: TTXVN)

ວັນທີ 07 ກັນຍາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ, ທັງເປັນຜູ້ຕາງໜ້າ ຫວຽດນາມ ປະຈຳຄະນະກຳມະການເສດຖະກິດ ແລະ ສັງຄົມສະຫະປະຊາຊາດ ພາກພື້ນອາຊີ - ປາຊີຟິກ (UNESCAP) ຟານຈິແທງ ໄດ້ເປັນປະທານກອງປະຊຸມປະຈຳປີຄັ້ງທີ 395 ຂອງຄະນະກຳມະການໃຫ້ຄຳປຶກສາ UNESCAP (ACPR) ຕາມຮູບການທາງໄກ.

ຜູ້ຕາງໜ້າບັນດາປະເທດລ້ວນແຕ່ເຫັນດີນຳກັນວ່າ ເລື່ອງຮັບປະກັນສິດສຳຜັດຢ່າງສະເໝີພາບກັບວັກຊິນ, ຢຸກຢາ, ວິທີການປິ່ນປົວໂຄວິດ-19 ຢ່າງມີປະສິດທິຜົນ, ມີຄຸນນະພາບ, ປອດໄພ ແລະ ລາຄາເໝາະສົມ ແມ່ນແກ່ນສານໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ໃນປະຈຸບັນ ແລະ ໃນຍຸດທະສາດຟື້ນຟູພາຍຫຼັງໂລກລະບາດ. ຜູ້ຕາງໜ້າບັນດາປະເທດຢືນຢັນວ່າ ຄວາມສາມັກຄີ ແລະ ການຮ່ວມມືສາກົນແມ່ນສິ່ງສຳຄັນເພື່ອບັນລຸໄດ້ສິດສຳຜັດຢ່າງສະເໝີພາບດັ່ງກ່າວ ກໍຄືແກ້ໄຂບັນດາຄວາມບໍ່ຍຸຕິທຳຢູ່ພາຍໃນຢູ່ທຸກຂັ້ນ.

(ແຫຼ່ງຄັດຈາກ VOV)


top