ການໂອ້ລົມສົນທະນານີ້ໂດຍ WEF ສ້າງຂຶ້ນສະເພາະແກ່ ຫວຽດນາມ ເພື່ອປຶກສາຫາລືທ່າອ່ຽງດ້ານການຄ້າ ແລະ ການລົງທຶນທົ່ວໂລກ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ)
ຕອນບ່າຍວັນທີ 21 ມັງກອນ (ຕາມເວລາທ້ອງຖິ່ນ), ຢູ່ Davos, ປະເທດ ສະວິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ “ມຸ່ງໄປເຖິງກອງປະຊຸມລັດຖະມົນຕີ UNCTAD 16; ອະນາຄົດຂອງການຄ້າ ແລະ ການພັດທະນາທົ່ວໂລກໃນສັງກາດອັດສະລິຍະ” ໃນຂອບເຂດກອງປະຊຸມ WEF Davos ປີ 2025.
ການໂອ້ລົມສົນທະນານີ້ໂດຍ WEF ສ້າງຂຶ້ນສະເພາະແກ່ ຫວຽດນາມ ເພື່ອປຶກສາຫາລືທ່າອ່ຽງດ້ານການຄ້າ ແລະ ການລົງທຶນທົ່ວໂລກ, ພ້ອມກັນນັ້ນ, ສ້າງໂຄງການດຳເນີນງານໃຫ້ແກ່ກອງປະຊຸມລັດຖະມົນຕີ 16 ຂອງກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD), ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນທ້າຍປີ 2025.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Rebeca Grynspan, ເລຂາທິການໃຫຍ່ UNCTAD ໄດ້ຍ້ອງຍໍຊົມເຊີຍຜົນງານການເຕີບໂຕຂອງ ຫວຽດນາມ, ບັນລຸ 7% ໃນຮອບເວລາ 30 ປີຜ່ານມາ, ທ່ານນາງຕີລາຄາວ່າ ບັນດາຜົນງານໃນການພັດທະນາເສດຖະກິດ, ການເຊື່ອໂຍງເຂົ້າກັບພາກພື້ນ ແລະ ຍົກສູງທີ່ຕັ້ງໃນຂົງເຂດການຕ່າງປະເທດ ໄດ້ເຮັດໃຫ້ ຫວຽດນາມ ກາຍເປັນແບບຢ່າງໃຫ້ແກ່ການກຳນົດທິດອະນາຄົດການຄ້າ ແລະ ການພັດທະນາທົ່ວໂລກຄືນໃໝ່. ກ່ອນໜ້ານັ້ນ, ໃນແຈ້ງການຕໍ່ເລື່ອງ ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມ UNCTAD 16 ໃນເດືອນ ຕຸລາ ຈະມາເຖິງ, ທ່ານນາງ Rebeca Grynspan, ຢືນຢັນວ່າ:
“ຫວຽດນາມ ບໍ່ພຽງແຕ່ເປັນຕົວແທນໃຫ້ເລື່ອງລາວຂອງການພັດທະນາທີ່ປະສົບລຸຜົນສຳເລັດເທົ່ານັ້ນ, ຫາກຍັງພິສຸດໃຫ້ແກ່ເລື່ອງ ການຄ້າ ແລະ ການພັດທະນາສາມາດຮ່ວມເດີນທາງພ້ອມກັນຄືແນວໃດ ເພື່ອປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນ. ສິ່ງສຳຄັນພິເສດແມ່ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ການເຕີບໂຕແບບກວມລວມ, ເຊິ່ງແມ່ນບຸລິມະສິດແຖວໜ້າຂອງ UNCTAD 16”
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຂໍ້ສັງເກດວ່າ, ບັນດາສິ່ງທ້າທາຍສຳລັບການຄ້າ ແລະ ການພັດທະນາໃນປະຈຸບັນແມ່ນເກີດຂຶ້ນໃນທົ່ວໂລກ. ເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍໃນສັງກາດອັດສະລິຍະນັ້ນ, ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງກຳແໜ້ນ “ສັງກາດອັດສະລິຍະ” ແບບສັງລວມ ຈາກບັນດາແງ່ມູນທີ່ແຕກຕ່າງກັນ, ຄື: ແງ່ມູນຈາກພູມຊາດການເມືອງ, ຄວາມໝັ້ນຄົງ ແມ່ນສັນຕິພາບ, ຮ່ວມມື; ຈາກແງ່ມູນເສດຖະກິດ; ຈາກແງ່ມູມສິ່ງແວດລ້ອມ ແລະ ຈາກແງ່ມູມສັງຄົມ.
ທີ່ການໂອ້ລົມສົນທະນາ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ນັກຊ່ຽວຊານ, ນັກຮຽນຮູ້ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ.