ບັນດາຫຼັກການຕົ້ນຕໍຂອງສະຫະພັນ ແມ່ນຮັບປະກັນວິວັດການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ ເພື່ອນຳມາເຊິ່ງການປ່ຽນແປງທີ່ຕັ້ງໜ້າ.
ຄະນະປະຕິບັດງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ: ICD)
ໃນຂອບເຂດກອງປະຊຸມບັນດາຝ່າຍເຂົ້າຮ່ວມ ສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 30 (COP30) ຢູ່ Belém, ບຣາຊິນ, ວັນທີ 18 ພະຈິກ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກທາງການຂອງ “ສະຫະພັນບັນດາປະເທດນຳໜ້າໃນການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ” (ACF).
ກ່າວຄຳເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີຂອງສະຫະພັນ, ທ່ານ ເລກົງແທັ່ງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ເລື່ອງເຂົ້າຮ່ວມ ACF ໄດ້ຊ່ວຍຊຸກຍູ້ນະວັດຕະກຳ, ລະດົມການໜູນຊ່ວຍດ້ານເຕັກນິກ ແລະ ແຫຼ່ງກຳລັງການເງິນໃຫ້ແກ່ຂະແໜງກະສິກຳ, ພ້ອມກັນນັ້ນ, ກໍ່ໄດ້ສ້າງໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນບົດຮຽນຂອງຕົນ ແລະ ຮ່ຳຮຽນເອົາບົດຮຽນຈາກບັນດາສະມາຊິກອື່ນໃນວິວັດການຫັນປ່ຽນລະບົບກະສິກຳ ແລະ ທັນຍາຫານ, ສະບຽບອາຫານ.
ບັນດາຫຼັກການຕົ້ນຕໍຂອງສະຫະພັນ ແມ່ນຮັບປະກັນວິວັດການຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານ ເພື່ອນຳມາເຊິ່ງການປ່ຽນແປງທີ່ຕັ້ງໜ້າ.