ງານວາງສະແດງໄດ້ຈັດຂຶ້ນແຕ່ວັນທີ 05 – 09 ພຶດສະພາ, ເຕົ້າໂຮມກວ່າ 1.700 ວິສາຫະກິດທີ່ມາຈາກ 120 ປະເທດ
ຮ້ານວາງສະແດງ Viettel High Tech (ພາບ: QDND)
ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ຕວັກກີ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຫງວຽນເຈື່ອງທັງ, ເປັນຫົວໜ້າຄະນະເຂົ້າຮ່ວມ ງານວາງສະແດງປ້ອງກັນຊາດ ແລະ ການບິນອາວະກາດ (SAHA) 2026 ຢູ່ Istanbul, ຢູ່ ຕວັກກີ.
ງານວາງສະແດງໄດ້ຈັດຂຶ້ນແຕ່ວັນທີ 05 – 09 ພຶດສະພາ, ເຕົ້າໂຮມກວ່າ 1.700 ວິສາຫະກິດທີ່ມາຈາກ 120 ປະເທດ, ໂຄສະນາແນະນຳຜະລິດຕະພັນ, ມາດຕະການດ້ານເຕັກໂນໂລຊີປ້ອງກັນຊາດທີ່ກ້າວໜ້າກວ່າ 300 ຜະລິດຕະພັນ, ຄື: ລະບົບທາງບົກ (ລວມມີ: ລົດຫຸ້ມເກາະ, ປືນໃຫຍ່, ຫຸ່ນຍົນຕໍ່ສູ້, ເຕັກໂນໂລຊີອັດຕະໂນມັດ)…
ພິເສດ, ທີ່ງານວາງສະແດງຄັ້ງນີ້, ບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຊີສູງ Viettel (Viettel High Tech)/ ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ໄດ້ເຂົ້າຮ່ວມການວາງສະແດງ 73 ຜະລິດຕະພັນເຕັກໂນໂລຊີສູງຂຶ້ນກັບ 8 ຂົງເຂດຫຼັກແຫຼ່ງ, ລວມມີ: ຣາດາ, ການສູ້ຮົບເອເລັກໂຕນິກ, ເຮືອບິນບໍ່ມີຄົນຂັບ (UAV), ລະບົບບັງຄັບ - ບັນຊາ…
ໃນຂອບເຂດງານວາງສະແດງ, Viettel High Tech ໄດ້ເຮັດວຽກກັບບັນດາຄູ່ຮ່ວມມືສຳຄັນໃນລະບົບຊີວະພາບເຕັກໂນໂລຊີປ້ອງກັນຊາດ ຕວັກກີ.