ຂ່າວສານ

ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຫຼາຍຝ່າຍ PRAGATI-I ຢູ່ ອິນເດຍ

ການຝືກຊ້ອມ PRAGATI-I ມີການເຂົ້າຮ່ວມຂອງນາຍທະຫານ 450 ຄົນ ທີ່ຕາງໜ້າໃຫ້ແກ່ 13 ປະເທດ, ໃນນັ້ນມີ ຫວຽດນາມ.
  ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງຄະນະດ້ວຍນາຍທະຫານເຂົ້າຮ່ວມການຝຶກຊ້ອມ (ພາບ: ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ)  

ພິ​ທີ​ໄຂ​ການ​ຝຶກ​ຊ້ອມ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ “ຄູ່​ຮ່ວມ​ມື​ກອງ​ທັບ​ພາກ​ພື້ນເພື່ອ​ການ​ພັດ​ທະ​ນາ ແລະ ການ​ປ່ຽນ​ແປງ​ໃໝ່​ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​​ອິນ​ເດຍ​ ຄັ້ງ​ທີ 1” (PRAGATI-I) ໂດຍທະ​ຫານ​ບົກ ອິນ​ເດຍ ເປັນ​ປະ​ທານ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ພຶດ​ສະ​ພາ, ຢູ່​ສູນ​ຝຶ​ກ​ຊ້ອມ​ການ​ທະ​ຫານ Umroi, ລັດ Meghalaya, ອິນ​ເດຍ.

ການ​ຝື​ກ​ຊ້ອມ PRAGATI-I ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍ​ທະ​ຫານ 450 ຄົນ ທີ່​ຕາງ​ໜ້າ​ໃຫ້​ແກ່ 13 ປະ​ເທດ, ໃນ​ນັ້ນ​ມີ ຫວຽດ​ນາມ. ກະ​ຊວ​ງ​ປ້ອ​ງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ສົ່ງ 02 ຄະ​ນະດ້ວຍ​ນາຍ​ທະ​ຫານ 43 ຄົນ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ. ການ​ຝຶກ​ຊ້ອມນີ້​ໄດ້​ຈັດ​ຂຶ້ນ​ແ​ຕ່​ວັນ​ທີ 18 ພຶດ​ສະ​ພາ - 01 ມິ​ຖຸ​ນາ 2026 ຢູ່​ສູນ​ຝຶກ​ຊ້ອມ​ການ​ທະ​ຫານ Umroi, ລັດ Meghalaya, ອິນ​ເດຍ ດ້ວຍ 3 ໄລ​ຍະ.

ເລື່ອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ ການ​ຝື​ກ​ຊ້ອມ PRAGATI-I ​ຕາມ​ຄຳ​ເຊື້​ອ​ເຊີນ​ຂອງກອງ​ທັບ​ ອິນ​ເດຍ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ລະ​ດັບ​ວິ​ຊາ​ສະ​ເພາະ, ຝຶກແອບ​ກຳ​ລັງ​ສົມ​ທົບ​ກັນ​ໃນ​ສະ​ພາບ​ແວດ​ລ້ອມ​ນາໆ​ຊາດ, ວັດ​ທະ​ທຳ​ຫຼາຍ​ຮູບ​ຫຼາຍ​ແບບຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ. ຜ່ານນັ້ນ, ກໍ່ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ຫວຽດ​ນາມ - ອິນ​ເດຍ ເລິກ​ເຊິ່ງກວ່າ​ເກົ່າ ແລະ ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ກຳ​ລັງ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ.


top