ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM3) ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ ໃນລະຫວ່າງວັນທີ 14 – 18 ກັນຍາ.
ທ່ານນາງ ຫງວຽນທິຮວ່າງເວີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີກອງປະຊຸມ (ພາບ: VNA)
ຄະນະຜູ້ແທນ ຫວຽດນາມ ນຳໂດຍ ທ່ານນາງ ຫງວຽນທິຮວ່າງເວີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ ຫງວຽນທິຮວ່າງເວີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນນຳ້ໃຈ ແລະ ເປົ້າໝາຍມະນຸດສະທຳຂອງບັນດາສົນທິສັນຍາສາກົນ ວ່າດ້ວຍລະເບີດລູກຫວ່ານ ແລະ ໝາກໝິ່ນສັງຫານ, ສະກັດກັ້ນການນຳໃຊ້ອາວຸດນີ້ແບບຊະຊາຍເພື່ອປົກປ້ອງມະນຸດ; ພ້ອມທັງຢັ້ງຢືນສິດອັນຊອບທຳຂອງແຕ່ລະປະເທດໃນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປົກປ້ອງຕົນເອງຕາມກົດບັດ ສປຊ.
ເນື່ອງໃນໂອກາດນີ້, ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ເພີ່ມທະວີການໜູນຊ່ວຍດ້ານການເງິນ ແລະ ເຕັກນິກໃຫ້ບັນດາປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງຄຶື: ຫວຽດນາມ, ລາວ ແລະ ກຳປູເຈຍ.
ຢູ່ນອກກອງປະຊຸມ, ທ່ານນາງ ຫງວຽນທິຮວ່າງເວີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ການພົບປະສອງຝ່າຍກັບ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ການນຳຄະນະຜູ້ແທນ ກຳປູເຈຍ, Timor – Leste, ອົງການທີ່ປຶກສາກ່ຽວກັບການຄຸ້ມຄອງລູກລະເບີດໝາກໝິ່ນ (MAG)... ເພື່ອແນໃສ່ຊຸກຍູ້ການຮ່ວມມືກ້າວເຂົ້າສູ່ລວງເລິກ.